Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ສືບຕໍ່ເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ ” ຢູ່ 3 ແຂວງ ພາກກາງ (ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ)
ວັນທີອອກຂ່າວ: 2014-11-07 14:16:47

ເນື້ີອໃນຂ່າວ:

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ” ຢູ່ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ, ຈັດຂຶ້ນໃນວັນທີ 28-30 ຕຸລາ 2014 ທີ່ຫ້ອງວ່າການປົກຄອງແຂວງ ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ. ສຸວັນນີ ໄຊຊະນະ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງບໍລິຄຳໄຊ; ທ່ານ ສົມໃຈ ເພັດສີນວນ, ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງຄຳມ່ວນ ແລະ ທ່ານ ໄກສອນ ຄູນລາດສຸວັນນະວົງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ຕາມລຳດັບ ເຊິ່ງມີບັນດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການເຂົ້າຮ່ວມທັງ 3 ແຂວງ ລວມ ທັງໝົດ 282 ທ່ານ ໃນນັ້ນ ແຂວງບໍລິຄຳໄຊ ແມ່ນເຂົ້າຮ່ວມ 88 ທ່ານ, ແຂວງຄຳມ່ວນ 79 ທ່ານ ແລະ ແຂວງສະ ຫວັນນະເຂດ 115 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາພະນັກງານການນຳ ແລະ ວິຊາການພາຍໃນແຂວງທີ່ເຂົ້າຮ່ວມ ໄດ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການອອກຈຳໜ່າຍຫຼັກຊັບ ແລະ ການເຄື່ອນໄຫວຂອງບໍລິສັດ ອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ, ກອງທຶນຮ່ວມ, ສະຖາບັນສື່ກາງດ້ານຫຼັກຊັບ, ຕະຫຼາດຫຼັກຊັບ, ການລາຍງານ, ການເປີດເຜີຍ ແລະ ການເກັບຮັກສາຂໍ້ມູນ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ອົງການຄຸ້ມຄອງ ແລະ ການກວດກາວຽກງານຫຼັກຊັບ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະ ຖານຕໍ່ຜູ້ລະເມີດ, ວິທີການຊື້-ຂາຍຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ໃຫ້ແກ່ບັນດາພະນັກງານການນຳ ແລະ ວິຊາການທີ່ເຂົ້າຮ່ວມ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຂ້ອງໃຈ ເຊັ່ນ: ຄຄຊ ມີສ່ວນຮ່ວມ ແລະ ບົດບາດແນວໃດໃນການພັດທະນາຊຸກຍູ້ເສດຖະກິດຂອງຊາດ? ບໍລິສັດຫຼັກຊັບມີໜ້າທີ່ ແລະ ບົດບາດແນວໃດ?, ການກຳນົດລາຄາຮຸ້ນ ແມ່ນໃຜເປັນຜູ້ກຳນົດຢູ່ໃນຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ? ການຈັບຄູ່ ໝາຍຄວາມວ່າແນວໃດ? ເປັນຫຍັງບໍລິສັດໃຫຍ່ຈຶ່ງບໍ່ເຂົ້າຈົດທະບຽນ, ຍ້ອນຫຍັງ, ມີຂໍ້ຈຳກັດແນວໃດ? ຄຄຊ ສ້າງຕັ້ງມາດົນແລ້ວບໍ່? ຕະຫຼາດການເງິນ ແລະ ຕະຫຼາດທຶນ ມີຄວາມແຕກຕ່າງ ແລະ ຄືກັນແນວໃດ? ຖ້າຊື້ຮຸ້ນໃນລາຄາທີ່ແພງ ແລ້ວລາຄາຫຼຸດລົງຈະຕ້ອງເຮັດແນວໃດ? ການປັນ ຜົນກຳໄລມີການແບ່ງປັນແນວໃດ? ການກວດສອບຖານະການເງິນກ່ອນ ຈຶ່ງຫັນມາເປັນບໍລິສັດມະຫາຊົນມີຄືແນວ ໃດ? ການຂາຍຮຸ້ນໃນຕະຫຼາດຂັ້ນໜຶ່ງມີຄືແນວໃດ? ແລະ ຄຳຖາມອື່ນໆອີກ ເຊິ່ງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກສຳມະນາກອນໄດ້ເຂົ້າໃຈຢ່າງຄົບຖ້ວນ.

ນອກນັ້ນ ທັງ 3 ແຂວງ ຍັງໄດ້ສະເໜີໃຫ້ສຳນັກງານ ຄຄຊ ສືບຕໍ່ເຜີຍແຜ່ວຽກງານຫຼັກຊັບໃຫ້ແຕ່ລະແຂວງຕື່ມອີກ. ການສະເໜີດັ່ງກ່າວກໍ່ສອດຄ່ອງກັບ ສຄຄຊ ທີ່ກຳລັງຂຶ້ນແຜນ ແລະ ຄົ້ນຄວ້າຫົວຂໍ້ທີ່ເໝະສົມ ເພື່ອເຜີຍແຜ່ໃນປີ 2015.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ທັງ 3 ແຂວງໃນຄັ້ງນີ້ ຖືວ່າໄດ້ສ້າງຄວາມຮັບຮູ້ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ນັກສຳມະນາກອນເຂົ້າຮ່ວມກ່ຽວກັບວຽກງານຫຼັກຊັບ ພ້ອມທັງເປັນບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນທີ່ດີແກ່ການພັດທະນາວຽກງານຕະຫຼາດທຶນ ອີກດ້ວຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.