Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ສປ.ຈີນ ຮ່ວມກັບ ຄຄຊ ສປປ ລາວ ຈັດກອງປະຊຸມ ໃນຫົວຂໍ້ “ບົດຮຽນຂອງ ສປ.ຈີນ ໃນການພັດທະນາຕະຫຼາດທຶນ”
ວັນທີອອກຂ່າວ: 2014-10-16 10:16:43

ເນື້ີອໃນຂ່າວ:

ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ສປ. ຈີນ ໄດ້ຮ່ວມກັບ ຄຄຊ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນ ໃນຫົວ ຂໍ້ “ບົດຮຽນຂອງ ສປ.ຈີນ ໃນການພັດທະນາຕະຫຼາດທຶນ” ທີ່ຕະຫຼາດຫຼັກຊັບລາວ ໃນວັນທີ 10 ຕຸລາ 2014 ທີ່ຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄຄຊ ສປປ ລາວ. ພ້ອມນີ້ ຍັງປະກອບ ມີທ່ານຄະນະຜູ້ແທນຂອງ ຄຄຊ ສປ. ຈີນ ນຳໂດຍ ທ່ານ ສື ຈ້າວຢູ ຮອງຫົວໜ້າຫ້ອງການ, ຄຄຊ ສປ. ຈີນ ພ້ອມດ້ວຍ ຄະນະ ແລະ ມີບັນດາກົມຕ່າງໆ ທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບ, ກະຊວງການເງິນ, ກະຊວງອຸດສາຫະກຳ-ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັງສູນກາງ ພັກ, ກະຊວງຍຸຕິທຳ, ສະພາອຸດສາຫະກຳ-ການຄ້າ ແລະ ພະນັກງານ ສຳນັກງານ ຄຄຊ ເຂົ້າຮ່ວມກວ່າ 50 ທ່ານ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ຕ່າງໆ ແນໃສ່ຊຸກຍູ້ການປະກອບສ່ວນເຂົ້າໃນວຽກງານພັດທະນາຕະຫຼາດທຶນຂອງ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ສືບຕໍ່ ຍາດແຍ່ງການຊ່ວຍເຫຼືອຈາກ ຄຄຊ ສປ.ຈີນ, ສຳນັກງານ ຄຄຊ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ໃຫ້ການສະໜັບສະໜູນ ຄຄຊ ສປປ ລາວ ໃນໄລຍະຜ່ານມາ ກ່ອນການສ້າງຕັ້ງຕະຫຼາດຫຼັກຊັບ ກໍ່ຄືພາຍຫຼັງທີ່ຕະ ຫຼາດຫຼັກຊັບລາວໄດ້ຮັບການສ້າງຕັ້ງຂຶ້ນ ແລະ ສະເໜີ ຄຄຊ ສປ.ຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອ ຄຄຊ ສປປ ລາວ ທາງ ດ້ານວິຊາການ ດ້ວຍການໃຫ້ຄໍາແນະນໍາສະເພາະດ້ານໃນແຕ່ລະໄລຍະ. ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກ ງານ ຄຄຊ ສປປ ລາວ ໄດ້ກ່າວວ່າ: ຕະຫຼາດທຶນຂອງ ສປປ ລາວ ຍັງຢູ່ໃນໄລຍະເລີ່ມຕົ້ນຂອງການພັດທະ ນາ, ຕະຫຼາດ ຍັງມີຂະໜາດນ້ອຍ ແລະ ມີຄວາມຈຳກັດທາງດ້ານຜະລິດຕະພັນ. ປັດຈຸບັນ ມີພຽງຜະລິດຕະພັນປະເພດ ດຽວຄືຮຸ້ນເທົ່າ ນັ້ນ, ພວກເຮົາຍັງບໍ່ທັນມີພັນທະບັດ ຫຼື ຮຸ້ນກູ້ ຊຶ່ງເປັນຜະລິດຕະພັນພື້ນຖານອີກຊະນິດໜຶ່ງ ທີ່ຈະສ້າງຄວາມຫຼາກຫຼາຍໃນ ການລົງທຶນໃຫ້ແກ່ຜູ້ລົງທຶນເທື່ອ. ສະນັ້ນ, ການພັດທະນາຕະຫຼາດພັນທະບັດ ໃຫ້ມີການຂະຫຼາຍຕົວໄປຄຽງຄູ່ກັບຕະຫຼາດຮຸ້ນ ຈຶ່ງເປັນສິ່ງສຳຄັນໃນການພັດທະນາຕະຫຼາດທຶນໃຫ້ມີປະສິດທິພາບ. ບໍ່ພຽງແຕ່ເທົ່ານັ້ນ, ເພື່ອເຮັດໃຫ້ຕະຫຼາດທຶນມີການພັດ ທະນາແບບຍືນຍົງ, ການສ້າງລະບົບການຄຸ້ມຄອງບໍລິຫານກິດຈະການທີ່ດີຂອງ ບໍລິສັດມະ ຫາຊົນ ແລະ ຈົດທະບຽນ ແມ່ນເງື່ອນໄຂພື້ນຖານສຳຄັນໜຶ່ງ ທີ່ຕ້ອງເອົາໃຈໃສ່ແນ່ໃສ່ສ້າງຄວາມອາດສາມາດແຂ່ງຂັນໃຫ້ບໍລິສັດຈົດທະບຽນ ແລະ ສ້າງສະຖຽນລະພາບໃຫ້ແກ່ຕະຫຼາດທຶນ.

ໃນກອງປະຊຸມຄັ້ງນີ້, ທາງຄະນະ ຄຄຊ ສປ.ຈີນ ໄດ້ນຳສະເໜີປະສົບການ ແລະ ບົດຮຽນໃນການພັດທະ ນາຕະຫຼາດທຶນ ໂດຍສະເພາະແມ່ນທິດທາງນະໂຍບາຍຂອງພັກຕໍ່ການພັດທະນາຕະຫຼາດທຶນ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາ ຕະຫຼາດພັນທະບັດ ໃຫ້ມີຄວາມໜ້າເຊື່ອຖືລວມທັງການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງບໍລິຫານ ຢ່າງມີປະສິດທິພາບ. ຊຶ່ງ ສະແດງອອກໃນ 3 ຫົວຂໍ້ໃຫຍ່: ທິດທາງນະໂຍບາຍຂອງໜ່ວຍພັກ ຄຄຊ ສປ. ຈີນ ໃນການພັດທະນາຕະຫຼາດທຶນ, ການ ພັດທະນາຕະຫຼາດທຶນ ໃນ ສປ. ຈີນ ແລະ ການຈັດລຳດັບຄວາມໜ້າເຊື່ອຖື ແລະ ການຈັດຕັ້ງປະຕິບັດ ຫຼັກການຄຸ້ມຄອງ ກິດຈະການ (Coporate Governance).

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.