Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສືບຕໍ່ເຊື່ອມຊຶມ “ ກົດໝາຍວ່າດ້ວຍຫຼັກຊັບ ” ຢູ່ກະຊວງການຕ່າງປະເທດ
ວັນທີອອກຂ່າວ: 2014-10-15 15:19:25

ເນື້ີອໃນຂ່າວ:

ກະຊວງການຕ່າງປະເທດ ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ໃນຕອນບ່າຍຂອງວັນທີ 25 ກັນຍາ 2014 ທີ່ຜ່ານມາ ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ເຮືອງແສງ ຄຳດາລາວົງ ຮອງຫົວໜ້າຫ້ອງການ ກະຊວງການຕ່າງປະເທດ, ຊຶ່ງມີບັນດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການ ເຂົ້າຮ່ວມທັງໝົດ 342 ທ່ານ.

ຈຸດປະສົງຂອງການເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ໃນຄັ້ງນີ້ ເພື່ອເຮັດໃຫ້ການນຳ ແລະ ພະນັກງານພາຍໃນກະຊວງ ການຕ່າງປະເທດ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ ແລະ ລະບຽບການໃນການເຄື່ອນໄຫວວຽກງານຫຼັກຊັບ ໂດຍສະເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງຕະຫຼາດ ຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການສືບສວນ-ສອບສວນຄະດີກ່ຽວກັບ ຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແ ຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ, ວິທີການຊຶ້-ຂາຍຫຼັກຊັບ, ການເຊື່ອມໂຍງຕະຫຼາດທຶນອາຊຽນ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳ, ພະນັກງານວິຊາການ ພາຍໃນກະຊວງການຕ່າງປະເທດ ໄດ້ແລກປ່ຽນຄຳຄິດ ເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄາໃຈ ເຊັ່ນ: ກໍລະນີເຮົາມີຊັບສິນ ຖ້າຈະຫັນໄປເປັນທຶນ ຄວນເຮັດແນວໃດ? ບໍລິສັດຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຕກຕ່າງກັນແນວໃດ? ເວລາລາຄາຮຸ້ນຕົກ ຖ້າເຮົາຂາຍແລ້ວຂາດທຶນ ແມ່ນໃຜເປັນ ຜູ້ຮັບຜິດຊອບ? ພະນັກງານລັດສາມາດຊື້-ຂາຍຮຸ້ນໄດ້ບໍ່? ຜ່ານມາການຊື້-ຂາຍຮຸ້ນເຄີຍມີບັນຫາຫຍັງບໍ່? ແລະ ຄຳຖາມອື່ນ ໆອີກ ເຊິ່ງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ອະ ທິບາຍຊີ້ແຈງໃຫ້ບັນດານັກສຳມະນາກອນໄດ້ ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າເປັນເທື່ອທີສອງ ກໍ່ໄດ້ສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ພະນັກ ງານຂອງກະຊວງການຕ່າງປະເທດກ່ຽວກັບວຽກງານຫຼັກຊັບຫຼາຍຍິ່ງຂຶ້ນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.