Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຈັດກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ” ຢູ່ຄະນະຈັດຕັ້ງສູນກາງພັກ
ວັນທີອອກຂ່າວ: 2014-10-15 15:04:00

ເນື້ີອໃນຂ່າວ:

ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ໃນຕອນບ່າຍຂອງວັນທີ 19 ກັນຍາ 2014 ທີ່ຜ່ານມາ ທີ່ຫ້ອງປະຊຸມຂອງ ຄະນະຈັດຕັ້ງ ສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມກໍ່ສ້າງພະນັກງານ ຊຶ່ງມີບັນດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການ ເຂົ້າຮ່ວມທັງໝົດ 125 ຄົນ.

ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ໄດ້ນຳສະເໜີບັນດາເນື້ອໃນສຳຄັນໜຶ່ງຂອງ “ກົດໝາຍວ່າດ້ວຍ ຫຼັກຊັບ” ໂດຍສະເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງ ຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການສຶບສວນ-ສອບສວນຄະດີກ່ຽວ ກັບຫຼັກຊັບ, ຂໍ້ຫ້າມ, ການແກ້ ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳ, ພະນັກງານວິຊາການ ພາຍໃນຄະນະຈັດຕັ້ງສູນກາງພັກ ໄດ້ແລກປ່ຽນ ຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄາໃຈ ເຊັ່ນ: ການຊື້-ຂາຍຮຸ້ນມີເງື່ອນໄຂແນວໃດ ແລະ ຕ້ອງມີເງິນເທົ່າໃດ ແລະ ມີການຂາດທຶນບໍ່ຫຼືມີແຕ່ກຳໄລ? ບໍລິສັດຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຕກຕ່າງກັນແນວໃດ? ໃນກໍລະນີຈົດທະບຽນ ແລ້ວລົ້ມລະລາຍ ແມ່ນໃຜເປັນຜູ້ຮັບຜິດຊອບ? ລາຄາຮຸ້ນ ແລະ ຈຳນວນຮຸ້ນແມ່ນບໍລິສັດເປັນຜູ້ກຳນົດເອງບໍ່? ຜ່ານມາ ການຊື້-ຂາຍຮຸ້ນເຄີຍມີບັນຫາຫຍັງບໍ່? ບໍລິສັດຈົດທະບຽນເປັນຫຍັງຄືມີແຕ່ 3 ບໍລິສັດ ທັງທີ່ບໍລິສັດຢູ່ໃນລາວກໍ່ມີຫຼາຍ ແລະ ເປັນບໍລິສັດໃຫຍ່ໃນ ສປປ ລາວ? ແລະ ຄຳຖາມອື່ນໆອີກ ເຊິ່ງ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກສຳມະນາ ກອນໄດ້ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສ້າງຄວາມຮັບຮູ້ຄວາມເຂົ້າໃຈເບື້ອງຕົ້ນ ໃຫ້ແກ່ພະນັກງານຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບວຽກງານຫຼັກຊັບ. ນອກຈາກນີ້, ທັງສອງຝ່າຍ ກໍ່ຍັງໄດ້ຈັດງານ ສ້າງສັນແຂ່ງຂັນກິລາບານເຕະຍິງ-ຊາຍ ເພື່ອເປັນການກະຊັບຄວາມຮັດແໜ້ນຄວາມສາມັກຄີໃຫ້ເພີ່ມຂຶ້ນ ຢູ່ທີ່ເດີນບານ ກູດໄລຟ໌ ເພື່ອຄຳນັບຮັບຕ້ອນກອງປະຊຸມໜ່ວຍພັກ ສຄຄຊ ທີ່ຈະຈັດຂຶ້ນໃນໄວໆນີ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.