Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຈັດກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ ” ຢູ່ 2 ແຂວງ ພາກເໜືອ
ວັນທີອອກຂ່າວ: 2014-10-15 14:58:34

ເນື້ີອໃນຂ່າວ:

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບແລະ ວຽກງານ ຫຼັກຊັບ ຢູ່ 2 ແຂວງພາກເໜືອ ຄື: ຫຼວງພະບາງ ແລະ ໄຊຍະບຸລີ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍ ແຜ່ເນື້ອໃນ “ກົດໝາຍວ່າດ້ວຍຫຼັກຊັບ” ທີ່ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ຄັ້ງວັນທີ 10 ທັນວາ 2012 ຊຶ່ງ ທ່ານ ປະທານປະເທດ ໄດ້ອອກດໍາລັດປະກາດໃຊ້ກົດໝາຍດັ່ງກ່າວຢ່າງເປັນທາງການ ໃນວັນທີ 17 ມັງກອນ 2013 ພ້ອມດຽວກັນນັ້ນ ກໍ່ໄດ້ເຜີຍແຜ່ກ່ຽວກັບ “ການກຽມຄວາມພ້ອມກ່ອນການລົງທຶນໃນຕະຫຼາດຫຼັກຊັບ” ແລະ “ວິທີການຊື້-ຂາຍຫຼັກຊັບ” ໃຫ້ນັກສໍາມະນາກອນໄດ້ເຂົ້າໃຈ, ຮັບຮູ້, ເຊື່ອມຊຶມ ແລະ ສາມາດນໍາໄປປະຕິບັດໄດ້ຢ່າງຖືກຕ້ອງ.

ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2014 ທີ່ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳຂັນ ຈັນທະສຸກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ແລະ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2014 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບຸລີ ໂດຍມີ ທ່ານ ຍັນຍົງ ສີປະເສີດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບຸລີ ເປັນປະທານ. ສໍາລັບຜູ້ເຂົ້າຮ່ວມຮັບຟັງການ ເຜີຍແຜ່ປະກອບມີ: ອໍານາດການປົກຄອງແຂວງ, ອໍານາດການປົກຄອງເມືອງ, ບັນດາພະ ແນກການຕ່າງໆອ້ອມຂ້າງ ແຂວງ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດຂະໜາດໃຫຍ່ ລວມທັງ ທະນາຄານທຸລະກິດ, ສະຖາບັນການເງິນ ແລະ ຄູອາ ຈານສະຖາບັນການສຶກສາທ້ອງຖິ່ນ ທັງໝົດ 136 ທ່ານ (ແຂວງຫຼວງພະບາງ 71 ທ່ານ ແລະ ແຂວງໄຊຍະ ບູລີ 65 ທ່ານ).

ຜ່ານການຮັບຟັງການເຜີຍແຜ່ ຈາກນັກວິທະຍາກອນທີ່ມາຈາກ ສຄຄຊ ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມໄດ້ມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຫຼັກຊັບຕື່ມ, ພ້ອມນັ້ນ ນັກສຳມະນາກອນຍັງໄດ້ແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳ ຖາມກ່ຽວກັບວຽກງານຫຼັກຊັບຈຳນວນໜຶ່ງ ເຊັ່ນ: ສາເຫດການຂຶ້ນ-ລົງຂອງລາຄາຮຸ້ນ ແມ່ນຍ້ອນຫຍັງ? ການປັ່ນຮຸ້ນແມ່ນ ຫຍັງ? ເວລາທີ່ມີພະນັກງານລັດຖະກອນນຳເງິນຈຳນວນຫຼວງຫຼາຍໄປຊື້ຮຸ້ນ ຕ້ອງໄດ້ແຈ້ງທີ່ມາຂອງເງິນຫຼືບໍ່? ສຳນັກງານ ຄຄຊ ມີສູນຮັບຂໍ້ຮ້ອງຟ້ອງ ຫຼື ມີໂທລະສັບສາຍດ່ວນ ເພື່ອຮັບການສອບຖາມ ຫຼື ຮ້ອງຮຽນກ່ຽວກັບວຽກງານຫຼັກຊັບຈາກ ສັງຄົມຫຼືບໍ່? ເປັນຕົ້ນ ຊຶ່ງ ທ່ານ ສຸລິສັກ ທຳນຸວົງ ພ້ອມດ້ວຍນັກວິທະຍາກອນຈາກ ສຄຄຊ ໄດ້ອະທິບາຍຊີ້ແຈງໃຫ້ນັກສຳ ມະນາກອນໄດ້ເຂົ້າໃຈຢ່າງຈະແຈ້ງ.

ການຈັດກອງປະຊຸມເຜີຍແຜ່ທັງ 2 ແຂວງຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ຊຶ່ງໄດ້ສ້າງຄວາມຮັບຮູ້-ຄວາມເຂົ້າໃຈພື້ນຖານໃຫ້ແກ່ ນັກສຳມະນາກອນທີ່ເຂົ້າຮ່ວມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.