Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ” ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2014-09-04 10:25:42

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2014 ທີ່ຜ່ານມາໄດ້ຈັດກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ທີ່ຫ້ອງວ່າການ ປົກຄອງນະຄອນຫຼວງວຽງຈັນ ໂດຍຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບ ສຳນັກງານ ຄະນະກຳມະການຄຸ້ມ ຄອງຫຼັກຊັບ (ສຄຄຊ) ພາຍໃຕ້ການເປັນປະທານ ຂອງ ທ່ານ ສີເພັດ ທຳມະວົງ ຮອງຫົວໜ້າ ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຄຄຊ ພ້ອມມີບັນດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການ ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ແມ່ນເພື່ອເຮັດໃຫ້ການນຳ ແລະ ພະນັກງານພາຍໃນ ຫ້ອງວ່າການ ປົກຄອງນະຄອນຫຼວງວຽງຈັນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ ແລະ ລະບຽບການໃນການເຄື່ອນໄຫວວຽກງານ ຫຼັກຊັບ ໂດຍສະເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບ ເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງ ຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດ ແຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ແລະ ບັນຍາຍຈາກ ທ່ານ ພູໄຮ ຫຼວງມູນນິນທອນ ວິຊາການ ພະແນກນິຕິກຳ, ສຄຄຊ ເຮັດໃຫ້ ບັນດາພະນັກງານຂັ້ນນຳ ແລະ ວິຊາການ ພາຍໃນຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບວຽກງານຫຼັກຊັບຕື່ມ ແລະ ມີການແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາ ທີ່ຍັງຄາໃຈຈຳນວນໜຶ່ງ ຢ່າງກົງໄປກົງມາ ໂດຍສະເພາະແມ່ນຄວາມເຂົ້າໃຈຄາດເຄື່ອນກ່ຽວກັບກອງທຶນຮ່ວມ ຊຶ່ງຜູ້ບັນຍາຍຈາກ ສຄຄຊ ໄດ້ອະທິ ບາຍຊີ້ແຈງວ່າ: ກອງທຶນຮ່ວມແມ່ນທຶນທີ່ໄດ້ມາດ້ວຍການລະດົມທຶນ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳໄປລົງທຶນໃສ່ຫຼັກຊັບ ເປັນຕົ້ນແມ່ນຜະລິດຕະພັນຕະຫຼາດເງິນ (ເງິນຝາກ, ໃບຢັ້ງຢືນເງິນຝາກ, ສະຫຼາກປະຢັດ), ຮຸ້ນຈົດທະບຽນໃນຕະຫຼາດຫຼັກຊັບ, ຮຸ້ນກູ້, ພັນທະບັດລັດຖະບານ, ຫຼັກຊັບ ຫຼື ຊັບສິນອື່ນຕາມການກຳນົດ ຂອງ ຄຄຊ. ຊັບສິນ ຂອງກອງທຶນຮ່ວມໃດໜຶ່ງ ເປັນຊັບສິນຂອງຜູ້ຖືໜ່ວຍລົງທຶນ ຂອງກອງທຶນຮ່ວມດັ່ງກ່າວ ຕາມອັດຕາ ສ່ວນຜູ້ຖືໜ່ວຍລົງທຶນຖືຄອງ. ສ່ວນບັນຫາທີ່ຍົກຂຶ້ນແມ່ນ ການເຄື່ອນໄຫວຂອງບໍລິສັດ E-Trade ໃນ ສປປ ລາວ ທີ່ມີລັກ ສະນະຄ້າຍຄືກັບການລະດົມທຶນເງິນຝາກ ຈາກລູກຄ້າທົ່ວໄປ ເພື່ອນຳເງິນດັ່ງກ່າວໄປລົງທຶນດ້ວຍການຊື້-ຂາຍດັດສະນີຮຸ້ນ ຫຼື ການຊື້-ຂາຍ ແລກປ່ຽນເງິນຕາຕ່າງປະເທດ ທີ່ມີການສະເໜີຜົນຕອບແທນສູງແກ່ລູກຄ້າ ເຊັ່ນ: ການລົງທຶນແບບມີກຳນົດ ເວລາ 1 ປີ ແມ່ນຈະໄດ້ຮັບອັດຕາດອກເບ້ຍເຖິງ 40%; 2 ປີ ຈະໄດ້ຮັບອັດຕາດອກເບ້ຍສູງເຖິງ 50%; ແບບບໍ່ມີກຳນົດ ແມ່ນຈະໄດ້ຮັບ ອັດຕາດອກເບ້ຍ 30% ຕໍ່ປີ ຊຶ່ງມີຈຳນວນເງິນທີ່ລົງທຶນໃນເບື້ອງຕົ້ນແມ່ນ 1.000-10.000 ໂດລາສະຫະ ລັດຂຶ້ນໄປ ຊຶ່ງການເຄື່ອນໄຫວທີ່ໄດ້ກ່າວນັ້ນ ແມ່ນຢູ່ໃນບັນຊີປະເພດທຸລະກິດຄວບຄຸມ ແລະ ຢູ່ໃນການຄຸ້ມຄອງຂອງ ຄຄຊ ໂດຍບໍລິສັດດັ່ງກ່າວ ບໍ່ໄດ້ຂໍອານຸຍາດສ້າງຕັ້ງ ແລະ ເຄື່ອນໄຫວດຳເນີນທຸລະກິດຈາກ ຄຄຊ, ນອກນັ້ນ ກໍ່ຍັງມີຄຳຖາມ ເຈາະຈີ້ມຈຳນວນໜຶ່ງ ເຊັ່ນ: ການປັນຜົນຂອງຜູ້ຖືຮຸ້ນມັນເປັນແນວໃດຈຶ່ງບໍ່ກົງກັບເວລາ? ປັດຈຸບັນນີ້ ພວກເຮົາມີທະນາຄານ ດູຊັບສິນແລ້ວບໍ່? ຖ້າຕ້ອງການ ຊື້ຮຸ້ນຕ້ອງເຮັດແນວໃດແດ່? ການປັ່ນຮຸ້ນແມ່ນປັ່ນແນວໃດ? ໃຜເປັນຄົນປັ່ນ? ຖ້າຜູ້ຖືຮຸ້ນຕ້ອງການຂາຍຮຸ້ນດ່ວນ ຄວນເຮັດແນວ ໃດ? ໃຜເປັນຜູ້ກຳນົດລາຄາຮຸ້ນ? ຖ້າບໍລິສັດຈົດທະບຽນລົ້ມລະລາຍ ຜູ້ຖືຮຸ້ນຈະໄດ້ທຶນຄືນ ຫຼື ຕ້ອງໄດ້ໃຊ້ໜີ້ນຳຫຼືບໍ່ ໃນເມື່ອ ບໍລິສັດມີໜີ້? ແລະ ຄຳຖາມອື່ນໆອີກ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າໄດ້ສ້າງຄວາມຮັບຮູ້ ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ພະນັກງານຂອງ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນກ່ຽວກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.