Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ” ຢູ່ກະຊວງສຶກສາທິການ ແລະ ກິລາ
ວັນທີອອກຂ່າວ: 2014-08-27 11:15:13

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2014 ທີ່ຜ່ານມາ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ທີ່ ຫ້ອງປະຊຸມຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານ ຂອງ ທ່ານ ວິໃສ ພອນແກ້ວ ຮອງຫົວໜ້າຫ້ອງການ ກະຊວງ ສຶກສາທິການ ແລະ ກິລາ ຊຶ່ງມີບັນດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການ ເຂົ້າຮ່ວມທັງໝົດ 76 ທ່ານ.

ການເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ໃນຄັ້ງນີ້ ແມ່ນເຮັດໃຫ້ການນຳ ແລະ ພະນັກງານພາຍໃນ ກະຊວງສຶກສາທິການ ແລະ ກິລາ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ ແລະ ລະບຽບການໃນການເຄື່ອນໄຫວວຽກງານຫຼັກຊັບ ໂດຍສະ ເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບ ເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການແກ້ໄຂຂໍ້ຂັດແຍ່ງ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ ຂັດແຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳ ແລະ ວິຊາການ ພາຍໃນກະຊວງສຶກສາທິການ ແລະ ກິລາ ໄດ້ແລກປ່ຽນ ຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄາໃຈຈຳນວນໜຶ່ງເຊັ່ນ: ເຄື່ອງໝາຍສັນຍາລັກຂອງສຳນັກງານມີຄວາມໝາຍ ແນວໃດ, ເປັນຫຍັງຕ້ອງມີຫຼາຍສີ, ແຕ່ລະສີມີຄວາມໝາຍແນວໃດ, ເປັນຫຍັງມີຈ້ຳເມັດສອງຈ້ຳ? ການປັ່ນຕະຫຼາດແມ່ນປັ່ນ ແນວໃດ, ໃຜເປັນຄົນປັ່ນ? ການຊື້-ຂາຍຮຸ້ນແມ່ນຊື້-ຂາຍໄດ້ຈັກຮຸ້ນຂຶ້ນໄປ? ແລະ ຄຳຖາມອື່ນໆອີກ ຊຶ່ງ ທ່ານ ນາງ ສາຍ ສະໝອນ ຈັນທະຈັກ ຮອງຫົວໜ້າ ສຳນັກງານ ຄຄຊ ໄດ້ອະທິບາຍຊີ້ແຈງໃຫ້ບັນດາ ນັກສຳມະນາກອນໄດ້ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າໄດ້ສ້າງຄວາມຮັບຮູ້ ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ພະນັກງານຂອງ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.