Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຈັດກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ” ຢູ່ສູນກາງແນວລາວສ້າງຊາດ
ວັນທີອອກຂ່າວ: 2014-08-26 10:02:29

ເນື້ີອໃນຂ່າວ:

ສູນກາງແນວລາວສ້າງຊາດ ຮ່ວມກັບສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍຫຼັກຊັບ ໃນຕອນເຊົ້າຂອງວັນທີ 19 ສິງຫາ 2014 ທີ່ຜ່ານມາ ທີ່ຫ້ອງປະຊຸມຂອງ ສູນກາງແນວລາວຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ບົວວອນ ອອນຈັນຫອມ ຮອງປະທານ ສູນກາງແນວລາວສ້າງຊາດ, ຊຶ່ງມີບັນດາ ພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການເຂົ້າ ຮ່ວມທັງໝົດ 64 ຄົນ.

ຈຸດປະສົງຂອງການເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບໃນຄັ້ງນີ້ ແມ່ນເຮັດໃຫ້ການນຳ ແລະ ພະນັກງານພາຍໃນ ສູນກາງແນວ ລາວສ້າງຊາດ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ ແລະ ລະບຽບການໃນການເຄື່ອນໄຫວວຽກງານຫຼັກຊັບ ໂດຍສະ ເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບ ເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການແກ້ໄຂຂໍ້ຂັດແຍງ, ການສຶບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂ ຂໍ້ຂັດແຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳ, ພະນັກງານວິຊາການ ພາຍໃນ ສູນກາງແນວລາວສ້າງຊາດ ໄດ້ແລກປ່ຽນຄຳ ຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄ້ອງຄາໃຈ ເຊັ່ນ: ກໍລະນີເຮົາມີຊັບສິນ ຖ້າຈະຫັນໄປເປັນທຶນ ຄວນເຮັດແນວໃດ? ບໍລິສັດຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຕກຕ່າງກັນແນວໃດ? ເວລາລາຄາຮຸ້ນຕົກ ຖ້າເຮົາຂາຍແລ້ວຂາດທຶນ ແມ່ນໃຜເປັນ ຜູ້ຮັບຜິດຊອບ? ພະນັກງານລັດສາມາດຊື້-ຂາຍຮຸ້ນໄດ້ບໍ່? ຜ່ານມາການຊື້-ຂາຍຮຸ້ນເຄີຍມີບັນຫາຫຍັງບໍ່? ແລະ ຄຳຖາມ ອື່ນໆອີກ, ເຊິ່ງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຮອງຫົວໜ້າ ສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກ ສຳມະນາກອນໄດ້ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສ້າງຄວາມຮັບຮູ້ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ພະ ນັກງານຂອງສູນກາງພັກແນວລາວສ້າງຊາດກ່ຽວກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.