Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ II ປະຈຳປີ 2014.
ວັນທີອອກຂ່າວ: 2014-08-26 09:35:00

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ ( ຄຄຊ ), ຄັ້ງທີ II ປະຈຳປີ 2014 ໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ທົ່ວ ພັກ-ລັດເຮົາ ພວມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມສະໄໝ ສາມັນເທື່ອທີ່ 7 ຂອງສະພາແຫ່ງຊາດຊຸດທີ VII ຊຶ່ງອັດ ລົງດ້ວຍຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມ ຄຄຊ ຄັ້ງນີ້ ແມ່ນໄດ້ຮັບກຽດການເປັນປະທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊຜູ້ໃໝ່; ພ້ອມດ້ວຍ ຄະນະ ຄຄຊ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດຂຶ້ນທີ່ ທະນາຄານແຫ່ງ ສປປ ລາວ ໃນວັນທີ 14 ສິງຫາ 2014 ທີ່ຜ່ານມາ.

ກອງປະຊຸມ ໄດ້ປຶກສາຫາລືກັນ ຫຼາຍວຽກ ຂອງສຳນັກງານ ຄຄຊ, ໃນນັ້ນ ໄດ້ພິຈາລະນາຮ່າງແຜນຍຸດທະສາດການພັດ ທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025 ທີ່ໄດ້ຮັບການປັບປຸງຕາມມະຕິກອງປະຊຸມ ຄຄຊ ຄັ້ງທີ່ ຜ່ານມາ, ພ້ອມທັງຄົ້ນຄວ້າເພື່ອກະກຽມກຳນົດແຜນລາຍລະອຽດກ່ຽວກັບການກຳນົດເປົ້າໝາຍ ບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກ ຊັບ, ການພັດທະນາຕະຫຼາດພັນທະບັດລັດຖະບານ, ການເຊື່ອມໂຍງຕະຫຼາດທຶນອາຊຽນ, ການເຂົ້າເປັນສາມະຊິກອົງການ ຄຸ້ມຄອງຫຼັກຊັບສາກົນ (International Organization of Securities Commissions, IOSCO) ແລະ ການຄຸ້ມຄອງ ວຽກງານຫຼັກຊັບອື່ນໆ.

ຊຶ່ງໃນກອງປະຊຸມ ບັນດາທ່ານ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປຶກຫາລື ແລະ ປະກອບ ຄຳຄິດເຫັນຕໍ່ບັນຫາຕ່າງໆ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ສຸມທຸກສະຕິປັນຍາຕໍ່ກັບວຽກງານຢ່າງຕັ້ງໜ້າ ເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ, ມີປະສິດທິພາບສູງ ແລະ ມີຜົນສຳເລັດຕາມເປົ້າໝາຍທີ່ຄາດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.