Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ສຶບຕໍ່ການເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບ ຢູ່ທີ່ຄະນະກວດກາສູນກາງພັກ
ວັນທີອອກຂ່າວ: 2014-07-25 09:41:25

ເນື້ີອໃນຂ່າວ:

ຄະນະກວດກາສູນກາງພັກ ຮ່ວມກັບສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມ ການເຜີຍ ແຜ່ກົດໝາຍວ່າດ້ວຍຫຼັກຊັບ ໃນຕອນເຊົ້າຂອງວັນທີ 15 ກໍລະກົດ ທີ່ຜ່ານມາ ທີ່ຫ້ອງປະ ຊຸມຂອງຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸກຄຳເພັດ ເຮືອງບຸດສີ ຄະນະພັກ, ຫົວໜ້າຫ້ອງການຄະນະກວດກາສູນກາງພັກ, ບັນ ດາພະນັກງານຂັ້ນນຳ-ພະນັກງານຫຼັກແຫຼ່ງ ແລະ ວິຊາການເຂົ້າ ຮ່ວມຫຼາຍກວ່າ 150 ຄົນ.

ຈຸດປະສົງຂອງການເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບໃນຄັ້ງນີ້ ແມ່ນເຮັດໃຫ້ການນຳ ແລະ ພະນັກງານພາຍໃນຄະນະກວດກາ ສູນກາງພັກ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ ແລະ ລະບຽບການໃນການເຄື່ອນໄຫວວຽກງານຫຼັກຊັບ ໂດຍສະ ເພາະແມ່ນ ເງື່ອນໄຂໃນການຈຳໜ່າຍຫຼັກຊັບ ເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງຕະຫຼາດຫຼັກຊັບ ແລະ ສະ ຖາບັນສື່ກາງດ້ານຫຼັກຊັບ, ການແກ້ໄຂຂໍ້ຂັດແຍງ, ການສຶບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດ ແຍ່ງ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳ, ພະນັກງານວິຊາການ ພາຍໃນຄະນະກວດກາສູນກາງພັກ ໄດ້ແລກປ່ຽນຄຳຄິດ ເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄ້ອງຄາໃຈເຊັ່ນ: ໄດ້ມີການກຳນົດ ຫຼື ຈຳກັດເພດານການຊື້-ຂາຍຮຸ້ນບໍ່? ຄຳວ່ານາຍ ໜ້າແມ່ນຫຍັງ ແລະ ມີການຄຸ້ມຄອງນາຍໜ້າຄືແນວໃດ? ກໍລະນີທີ່ບໍລິສັດຈົດທະບຽນເຊື່ອງລາຍຮັບ ຄະນະກຳມະການຄຸ້ມ ຄອງຫຼັກ ມີມາດຕາການແນວໃດ? ເຊິ່ງ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງ ໃຫ້ບັນດານັກສຳມະນາ ກອນໄດ້ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສ້າງຄວາມຮັບຮູ້ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ພະ ນັກງານຂອງຄະນະກວດກາສູນກາງພັກກ່ຽວກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.