Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຝຶກອົບຮົມສໍາມະນາ ຫົວຂໍ້: “Know Your Client (KYC) & Client Due Diligence (CDD)”
ວັນທີອອກຂ່າວ: 2013-12-13 11:00:23

ເນື້ີອໃນຂ່າວ:

ຈຸດປະສົງ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ກັບພະນັກງານ ສໍານັກງານ ຄລຕ, ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບລະບຽບການ ແລະ ການດໍາເນີນງານການເຮັດ KYC ແລະ CDD ແລະ ລະບຽບການ ດ້ານການຕ້ານການຟອກເງິນ ໃນຂົງເຂດທຸລະກິດຫຼັກຊັບ ແລະ ສະຖາບັນການເງິນ ໂດຍບົດຮຽນ ແລະ ປະສົບການຈາກ ປະເທດໄທ. ຊຶ່ງມີນັກສໍາມະນາກອນໃຫ້ຄວາມສົນໃຈເຂົ້າຮ່ວມທັງໝົດ 60 ທ່ານ. ເນື່ອງຈາກ ສປປ ລາວ ຍັງບໍ່ທັນໄດ້ມີການ ຈັດຝຶກອົບຮົມ ໃນຫົວຂໍ້ດັ່ງກ່າວມາກ່ອນ ເຮັດໃຫ້ນັກສໍາມະນາກອນໃຫ້ ຄວາມສົນໃຈຫຼາຍ, ບັນຍາກາດກໍ່ໃນການຝຶກອົບຮົມ ເປັນໄປຢ່າງຟົດຟື້ນ ມີການຕັ້ງຄໍາຖາມຢ່າງຕໍ່ເນື່ອງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.