Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ງານສໍາມະນາ ແລະ ງານສະເຫຼີມສະຫຼອງວັນສ້າງຕັ້ງ ຄລຕ ມາເລເຊຍ ຄົບຮອບ 20 ປີ
ວັນທີອອກຂ່າວ: 2013-11-20 11:42:13

ເນື້ີອໃນຂ່າວ:

ທ່ານ ນ. ວັດທະນາ ດາລາລອຍ ຫົວໜ້າສໍານັກງານ ຄລຕ ເຂົ້າຮ່ວມງານສໍາມະນາ ແລະ ງານສະເຫຼີມສະຫຼອງ ວັນສ້າງຕັ້ງ ຄລຕ ມາເລເຊຍ ຄົບຮອບ 20 ປີ (Securities Commission’s World Capital Markets Symposium) ພາຍໃຕ້ຫົວ ຂໍ້: “Redefining Markets: Sustaining Growth and Resilience” ເປັນໄລຍະເວລາ 2 ວັນ ທີ່ກູລາລໍາເປີ ປະເທດ ມາເລເຊຍ.

ພາຍໃນງານໄດ້ມີການເປີດຕົວຢ່າງຍິ່ງໃຫຍ່ ແລະ ເປັນທີ່ໜ້າສົນໃຈ ຈາກຜູ້ເຂົ້າຮ່ວມ ໂດຍແມ່ນ ທ່ານ ນາຍົກ ລັດຖະມົນຕີ ແຫ່ງປະເທດມາເລເຊຍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນພິທີເປີດງານ ທີ່ມີຄວາມໝາຍ ຄວາມສໍາຄັນໃນຄັ້ງນີ້. ງານສໍາມະນາກ່ຽວກັບວຽກງານຫຼັກຊັບໃນຄັ້ງນີ້ ຕ່າງຈາກປີທີ່ເຄີຍຈັດມາ ເພາະເປັນປີທີ່ ຄລຕ ມາເລເຊຍ ຄົບຮອບວັນສ້າງຕັ້ງ 20 ປີ, ຊຶ່ງໄດ້ຈັດຮ່ວມກັນທັງສອງງານ ເຮັດໃຫ້ພິທີງານດັ່ງກ່າວ ມີຄວາມໝາຍ ຄວາມສໍາຄັນເພີ່ມຂຶ້ນ, ຜູ້ເຂົ້າຮ່ວມແມ່ນຕົວ ແທນຈາກອົງກອນຄຸ້ມຄອງວຽກງານງານເງິນ ແລະ ສະຖາບັນການເງິນ ສາກົນ ກວ່າ 700 ທ່ານ ຈາກ 40 ກວ່າປະເທດໃນ ໂລກ, ໂດຍລວມງານໃນຄັ້ງນີ້ ແມ່ນເພື່ອປະເມີນນະໂຍບາຍ ແລະ ການປັບປຸງຕະຫຼາດການເງິນໃນໄລຍະຜ່ານມາ ລວມທັງ ການເຂົ້າເຖິງນະວັດຕະກໍາ ແລະ ວິທີການໃໝ່ໆ ທີ່ຜູ້ວາງ ນະໂຍບາຍ ແລະ ຂົງເຂດທຸລະກິດ ສາມາດປັບປ່ຽນ ເພື່ອຂັບ ເຄື່ອນຕະຫຼາດເງິນ ແລະ ຕະຫຼາດທຶນ ໃຫ້ມີການ ຂະຫຍາຍຕົວແບບ ຢືນຢົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.