Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍາເລັດຈັດໂຄງການຝຶກອົບຮົມນັກວິຊາຊີບທຸລະກິດຫຼັກຊັບ ຢູ່ນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2013-11-20 11:29:34

ເນື້ີອໃນຂ່າວ:

ໂຄງການຝຶກອົບຮົມນັກວິຊາຊີບທຸລະກິດຫຼັກຊັບ ໂດຍການຮ່ວວມມືຂອງ ສໍານັກງານຄະນະກໍາມະການ ຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ກັບ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ (ຄລຕ ສສ. ຫວຽດນາມ) ດໍາເນີນມາເປັນເວ ລາ 7 ອາທິດ ແລະ ໄດ້ສໍາເລັດລົງ ໃນວັນທີ 30 ຕຸລາ 2013 ທີ່ສະຖາບັນການທະນາຄານ.

ໂຄງການນັກວິຊາຊີບທຸລະກິດຫຼັກຊັບ ເປັນໂຄງການຮຽນການສອນ ທິດສະນີດ້ານວຽກງານຫຼັກຊັບ ແລະ ກົດໝາຍກົດລະບຽບ ຕ່າງໆ ທີ່ຕິດພັນກັບວຽກງານຫຼັກຊັບ,​ ທິດສະດີໃນຫຼັກສູດດັ່ງກ່າວ ແມ່ນສໍາຄັນ ແລະ ເປັນປະໂຫຍດ ຢ່າງຍິ່ງໃນການນໍາໃຊ້ ໂດຍກົງເຂົ້າໃນວຽກງານໃນຂົງເຂດທຸລະກິດຫຼັກຊັບ ແລະ ວຽກງານການເງິນ. ໂຄງການດັ່ງກ່າວ ໃຊ້ ເວລາຢູ່ 7 ອາທິດ ລະ ຫວ່າງວັນທີ 16/9-30/10/2013 ຊຶ່ງມີນັກສໍາມະນາກອນຈາກ ທະນາຄານແຫ່ງ ສປປ ລາວ, ສຄຄຊ, ບໍລິສັດຫຼັກຊັບ, ບໍລິ ສັດຈົດທະບຽນ, ແລະ ທະນາຄານທຸລະກິດ ເຂົ້າຮ່ວມທັງໝົດ 64 ທ່ານ. ໂຄງການຝຶກອົບຮົມດັ່ງກ່າວ ໄດ້ສໍາເລັດລົງດ້ວຍຜົນ ສໍາເລັດອັນຈົບງາມ, ບັນດານັກສໍາມະນາກອນ ຈໍານວນຫຼາຍ ແມ່ນມີຄວາມຕັ້ງ ໃຈ ແລະ ເອົາໃຈໃສ່ເຂົ້າຮ່ວມຮຽນ, ການຮຽນ ກໍ່ໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ເປັນກັນເອງ.

ຜົນສໍາເລັດດັ່ງກ່າວນີ້ ແມ່ນເປັນບາດກ້າວໜື່ງໃນການສ້າງ ແລະ ພັດທະນາບຸກຄະລາກອນວຽກງານຫຼັກຊັບ ໃຫ້ແທດເໝາະ ກັບຄວາມຮຽກຮ້ອງຕ້ອງການໃນໜ້າວຽກປະຈຸບັນ ເປັນຕົ້ນແມ່ນພະນັກງານບໍລິສັດຫຼັກຊັບ,​ ບໍລິສັດ ຈົດທະບຽນ, ຄູ-ອາຈານ ທີ່ເປັນຫົວປັກຫຼັກແຫຼ່ງ ໃນການສືບທອດໃຫ້ຄວາມຮູ້ແກ່ນັກຮຽນໃນສະຖາບັນການ ທະນາຄານ ລວມທັງພະນັກງານຂອງທະນາ ຄານແຫ່ງ ສປປ ລາວ ແລະ ສຄຄຊ ເອງ ແລະ ຍັງເຮັດໃຫ້ຜູ້ເຂົ້າຮ່ວມມີ ທັດສະນະຄະຕິ ແລະ ເກີດຄວາມເຂົ້າໃຈຢ່າງຖືກ ຕ້ອງຕໍ່ກັບວຽກງານຫຼັກຊັບ ທັງນີ້ກໍເພື່ອຮັບປະກັນໃຫ້ວຽກງານ ຫຼັກຊັບຂອງ ສປປ ລາວ ສາມາດເຄື່ອນໄຫວຢ່າງໜັກແໜ້ນ, ມີ ປະສິດທິພາບ, ຍຸຕິທໍາ, ໂປ່ງໃສ, ຫຼຸດຜ່ອນຄວາມສ່ຽງ ຕໍ່ລະບົບການເງິນ ກໍຄືເພື່ອເຮັດໃຫ້ການພັດທະນາຕະຫຼາດຫຼັກຊັບ ຢູ່ ສປປ ລາວ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍືນຍົງ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ສາມາດລະດົມແຫຼ່ງທຶນຈາກສັງຄົມ ທັງພາຍ ໃນ ແລະ ຕ່າງປະເທດ ໃຫ້ໄດ້ນັບມື້ນັບຫຼາຍ ຢ່າງມີປະສິດທິພາບ ແລະ ສອດ ຄ່ອງກັບທ່າອ່ຽງລວມແຫ່ງການພັດທະນາ ຕະຫຼາດທຶນ ຢູ່ໃນໂລກ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.