Lao English
  Home : SiteMap : Search


ຂ່າວສານ

Top!
Title: ຜູ້ວ່າການ ທະນາຄານແຫ່ງ ສປປ. ລາວ, ຮອງປະທານ ຄະນະຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຮອງເຈົ້າແຂວງ ໄດ້ເຂົ້າພົບ ທ່ານ ນາງ ຫງວຽນ ທີ ຮົ່ງ, ຜູ້ວ່າການ ທະນາຄານແຫ່ງລັດ ສສ ຫວຽດນາມ
Post date: 2023-07-28 07:49:43

 

ເນື້ີອໃນຂ່າວ:

ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ສສ ຫວຽດນາມ.

ໃນຕອນບ່າຍ ຂອງວັນທີ 26 ກໍລະກົດ 2023 ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ. ລາວ, ຮອງປະທານ ຄະນະຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຮອງເຈົ້າແຂວງ ໄດ້ເຂົ້າພົບ ທ່ານ ນາງ ຫງວຽນ ທີ ຮົ່ງ, ຜູ້ວ່າການ ທະນາຄານແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະກົມ ແລະ ວິຊາການກ່ຽວຂ້ອງ ເພື່ອແລກປ່ຽນບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບບົດບາດຂອງທະນາຄານແຫ່ງລັດ ສສ ຫວຽດນາມ ໃນການຊຸກຍູ້ຕະຫຼາດທຶນ ແລະ ການຮ່ວມມືສອງຝ່າຍຂອງສອງທະນາຄານແຫ່ງລັດ ລາວ-ຫວຽດນາມ ໃນການສົ່ງເສີມການຊຳລະສະສາງຂອງສອງສະກຸນເງິນ ກີບ ແລະ ດົງ ໃນຂອບເຂດທົ່ວປະເທດ ອີງໃສ່ການຕົກລົງຂອງລັດຖະບານສອງປະເທດໃນການເສີ່ມຂະຫຍາຍການຄຸ້ມຄອງເງິນຕາຕ່າງປະເທດ.