Lao English
  Home : SiteMap : Search


ຂ່າວສານ

Top!
Title: ກອງປະຊຸມແລກປ່ຽນບົດຮຽນຕົວຈິງວຽກງານຫຼັກຊັບ ຫົວຂໍ້: “ການຄຸ້ມຄອງ ແລະ ພັດທະນາຕະຫຼາດທຶນຂອງ ສສ. ຫວຽດນາມ”
Post date: 2023-07-14 14:50:49

 

ເນື້ີອໃນຂ່າວ:

ເພື່ອສືບຕໍ່ວຽກງານຮ່ວມມືທີ່ມີສາຍສໍາພັນສະໜິດແໜ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມບົດບັນທຶກ ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຄະນະກຳມະການ ຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ (ຄຄຊ ສສ.ຫວຽດນາມ) ໃນລະຫວ່າງ ວັນທີ 10-14 ກໍລະກົດ 2023 ຢູ່ທີ່ ຮ່າໂນຍ ສສ. ຫວຽດນາມ ຊຶ່ງນໍາທີມໂດຍ ທ່ານ ເອກະລາດ ສີສານ ຮອງຫົວໜ້າ ສຄຄຊ ແລະ ວິຊາການ ທີ່ ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການໃນວຽກງານ ການພັດທະນາຕະຫຼາດທຶນຂຶ້ນ ໃນຫົວຂໍ້ “ການຄຸ້ມຄອງ ແລະ ພັດທະນາ ຕະຫຼາດທຶນຂອງ ສສ. ຫວຽດນາມ” ເປັນຕົ້ນ: ການກວດກາ ແລະ ຕິດຕາມວຽກງານຫຼັກຊັບ ເພື່ອປົກປ້ອງຜູ້ລົງທຶນ, ທິດທາງ ແລະ ແຜນການພັດທະນາວຽກງານ ຄຸ້ມຄອງຂອງ ຄຄຊ ສສ. ຫວຽດນາມ, ບົດຮຽນການພັດທະນາຕະຫຼາດຫຼັກຊັບ, ວຽກງານການຄຸ້ມຄອງຜູ້ລົງທຶນ ຂອງ ຕະຫຼາດຫຼັກຊັບ ຮ່າໂນຍ ແລະ ບົດຮຽນການຄຸ້ມຄອງ-ພັດທະນາສູນຮັບຝາກຫຼັກຊັບ ຂອງ ສສ. ຫວຽດນາມ. ທັງນີ້, ກໍ່ເພື່ອແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານ ສຄຄຊ ແລະ ນຳມາໝຸນໃຊ້ບົດຮຽນ ແລະ ປະສົບການຂອງ ຄຄຊ ສສ. ຫວຽດນາມ ເຂົ້າໃນວຽກງານການຄຸ້ມຄອງ ແລະ ພັດທະນາຕະຫຼາດທຶນລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.