ຄະນະຜູ້ແທນ ສຄຄຊ ເຂົ້າຮ່ວມພິທີເປີດຫ້ອງການສະເພາະຂອງ ຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ ທີ່ສຳນັກງານໃຫຍ່ ADB

 ໃນວັນທີ 22 ຕຸລາ 2026, ທີ່ ນະຄອນຫຼວງມະນີລາ, ປະເທດຟີລິບປິນ – ຄະນະຜູ້ແທນຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ນຳໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ໄດ້ເຂົ້າຮ່ວມພິທີເປີດຫ້ອງການສະເພາະຂອງ ຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ (ACMF) ຢ່າງເປັນທາງການ ທີ່ສຳນັກງານໃຫຍ່ທະນາຄານພັດທະນາອາຊີ (ADB) ໃນນະຄອນຫຼວງມະນີລາ, ປະເທດຟີລິບປິນ ເພື່ອຮ່ວມເປັນສັກຂີພິຍານໃນຂີດໝາຍອັນສຳຄັນຂອງການຮັດແໜ້ນການຮ່ວມມື ແລະ ຊຸກຍູ້ການເຊື່ອມໂຍງຕະຫຼາດທຶນໃນລະດັບພາກພື້ນ.

ການສ້າງຕັ້ງຫ້ອງການດັ່ງກ່າວ ຖືກກຳນົດໃຫ້ເປັນບຸລິມະສິດຫຼັກ ພາຍໃຕ້ແຜນປະຕິບັດງານ ACMF ປີ 2026-2030. ຫ້ອງການແຫ່ງນີ້ຈະເປັນກົນໄກອັນສຳຄັນທີ່ຍືນຍົງ ໃນການປະສານງານບັນດາຂໍ້ລິເລີ່ມລະດັບພາກພື້ນ, ຮັກສາອົງຄວາມຮູ້ຂອງສະຖາບັນ, ແລະ ຄໍ້າປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຕໍ່ເນື່ອງ ໃນຕະຫຼອດວາລະການເປັນປະທານຊຸດຕໍ່ໆໄປ ໂດຍບໍ່ຂຶ້ນກັບພຽງແຕ່ປະເທດທີ່ຮັບໜ້າທີ່ເປັນປະທານໃນປີນັ້ນໆ.

ສຳລັບ ສປປ ລາວ, ສຄຄຊ ໄດ້ຕີລາຄາສູງ ແລະ ໃຫ້ການສະໜັບສະໜູນຢ່າງເຕັມສ່ວນຕໍ່ການສ້າງຕັ້ງຫ້ອງການແຫ່ງນີ້ ໂດຍຖືເປັນບາດກ້າວສຳຄັນທີ່ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ປະເທດສະມາຊິກ. ການມີສູນກາງປະສານງານທີ່ຊັດເຈນ ຈະຊ່ວຍສະໜັບສະໜູນ ສຄຄຊ ໃນການເຂົ້າເຖິງແຫຼ່ງຂໍ້ມູນຄວາມຮູ້, ການຮ່ວມມືດ້ານເຕັກນິກ, ແລະ ການພັດທະນາຄວາມອາດສາມາດ ເພື່ອຊຸກຍູ້ການພັດທະນາຕະຫຼາດທຶນພາຍໃນປະເທດ ໃຫ້ກ້າວໄປສູ່ມາດຕະຖານພາກພື້ນຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບທິດທາງລວມຂອງອາຊຽນ.

ການເປັນເຈົ້າພາບສະຖານທີ່ຕັ້ງຫ້ອງການຂອງ ADB ແມ່ນການຕໍ່ຍອດການເປັນຄູ່ຮ່ວມພັດທະນາທີ່ມີມາຢ່າງຍາວນານນັບຕັ້ງແຕ່ປີ 2005. ຫ້ອງການນີ້ ຈະເຮັດໜ້າທີ່ຫຼັກໃນການປະສານງານກິດຈະກຳພາກພື້ນ, ຕິດຕາມການຈັດຕັ້ງປະຕິບັດແຜນປະຕິບັດງານ, ອຳນວຍຄວາມສະດວກໃນການແລກປ່ຽນບົດຮຽນ, ພ້ອມທັງສະໜັບສະໜູນການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອສ້າງຕະຫຼາດທຶນອາຊຽນທີ່ເຊື່ອມໂຍງ, ມີສ່ວນຮ່ວມ ແລະ ຍືນຍົງ.