Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ
ວັນທີອອກຂ່າວ: 2022-01-27 15:34:19

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 14 ມັງກອນ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ລິນລີ, ຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ພ້ອມດ້ວຍບັນດາແຂກທີ່ມີກຽດຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ທຄຕລ-ກລ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ

ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອມອບຮັບໃບອະນຸຍາດດໍາເນີນທຸລະກິດສະບັບໃໝ່ໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ປ່ຽນແທນໃບອະນຸຍາດດໍາເນີນທຸລະກິດສະບັບເດີມ. ໂດຍອີງຕາມກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບ ປຸງ), ເລກທີ 79/ສພຊ, ລົງວັນທີ 3 ທັນວາ 2019 ທີ່ໄດ້ກໍານົດເພີ່ມຕື່ມກ່ຽວກັບຂອບເຂດການດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ

ສະນັ້ນ, ການມອບຮັບໃບອະນຸຍາດດໍາເນີນທຸລະກິດໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໃນຄັ້ງນີ້, ຈຶ່ງເຮັດໃຫ້ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ກາຍເປັນບໍລິສັດຫຼັກຊັບໃນ ສປປ ລາວ ແຫ່ງທຳອິດທີ່ສາມາດດຳເນີນທຸລະກິດໄດ້ 6 ປະເພດຕາມການກຳນົດຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ ຄື: (1) ທີ່ປຶກສາທາງດ້ານການເງິນ; (2) ທີ່ປຶກສາ ດ້ານການລົງທຶນກ່ຽວກັບຫຼັກຊັບ; (3) ນາຍໜ້າຊື້ ຂາຍ ຫຼັກຊັບ ຕາມການສັ່ງຊື້ ຫຼື ສັ່ງຂາຍຂອງຜູ້ລົງທຶນ; (4) ຄ້າຫຼັກຊັບໃນນາມບໍລິສັດຫຼັກຊັບ; (5) ຄໍ້າປະກັນການອອກຈຳໜ່າຍຫຼັກຊັບ ແລະ (6) ບໍລິຫານກອງທຶນສ່ວນບຸກຄົນ

ພ້ອມນັ້ນ, ການມອບຮັບໃບອະນຸຍາດດໍາເນີນທຸລະກິດໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໃນຄັ້ງນີ້ ຍັງເປັນໜໍ່ແໜງໃນການໃຫ້ບໍລິການໃໝ່ ກໍ່ຄື ການໃຫ້ບໍລິການທີ່ປຶກສາດ້ານການລົງທຶນກ່ຽວກັບຫຼັກຊັບ ແລະ ການສ້າງຜະ ລິດຕະພັນໃໝ່ ກໍ່ຄື ກອງທຶນສ່ວນບຸກຄົນ ໃນຂະແໜງການຕະຫຼາດທຶນລາວ

ໂດຍອີງຕາມບົດຮຽນ ແລະ ປະສົບການຂອງຕະຫຼາດການເງິນສາກົນ, ຄວາມຈະເລີນກ້າວໜ້າຂອງຕະຫຼາດຫຼັກຊັບ ປາສະຈາກການພັດທະນາຂອງຂະແໜງການກອງທຶນບໍ່ໄດ້. ໃນໄລຍະ 2018-2021, ຍອດຈຳໜ່າຍພັດທະບັດລັດ ຖະບານສະກຸນເງິນກີບຂອງກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໄດ້ປະມານ 3.925 ຕື້ກີບ ແລະ ໃນໄລ ຍະ 2020-2021, ຍອດຈຳໜ່າຍພັດທະບັດລັດຖະບານສະກຸນເງິນໂດລາຂອງກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໄດ້ປະມານ 58,8 ລ້ານໂດລາສະຫະລັດ. ສະພາບການດັ່ງກ່າວ ໄດ້ສ້າງເງື່ອນໄຂພື້ນຖານທີ່ດີໃຫ້ແກ່ການພັດທະນາກອງທຶນສ່ວນບຸກຄົນ

ດ້ວຍເຫດນັ້ນ, ພິທີດັ່ງກ່າວຈຶ່ງຖືເປັນຈຸດໝາຍອັນສຳຄັນໃນການເພີ່ມທະວີການຂະຫຍາຍຕົວຂອງວຽກງານຫຼັກຊັບ ເວົ້າລວມ, ເວົ້າສະເພາະ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນລາວໃນອະນາຄົດ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.