Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາອອນລາຍ (webinar) ໃນຫົວຂໍ້: “ຄຳແນະນຳກ່ຽວກັບການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນ ”
ວັນທີອອກຂ່າວ: 2020-11-26 08:31:19

ເນື້ີອໃນຂ່າວ:

ເພື່ອເປັນການເພີ່ມຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ບັນດາພະນັກງານ, ສະມາຊິກສະພາບໍລິຫານ ແລະ ຜູ້ບໍ ລິຫານຂັ້ນສູງ ຂອງອົງກອນ ແລະ ວິສາຫະກິດ ໃນ ສປປ ລາວ ໄດ້ມີໂອກາດຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານການຄຸ້ມຄອງບໍລິຫານ ຊຶ່ງເປັນປັດໃຈສໍາຄັນ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃນການດໍາເນີນງານຂອງວິສາຫະກິດ ແລະ ສ້າງຄວາມສາມາດໃນການແຂ່ງຂັນດ້ານການຜະລິດ, ການຄ້າ ແລະ ການບໍລິການຂອງວິສາຫະກິດ ລວມທັງ ຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນຈາກທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງ ເພື່ອຮັບປະກັນຜົນການດຳເນີນງານ ແລະ ການຂະຫຍາຍຕົວຂອງບໍລິສັດໃຫ້ມີປະສິດທິຜົນໄດ້ຕາມລະດັບຄາດໝາຍຂອງແຜນທຸລະກິດທີ່ວາງໄວ້ ໂດຍສະເພາະແມ່ນບໍລິສັດທີ່ຈົດທະບຽນໃນຕະ ຫຼາດຫຼັກຊັບລາວ. ສະນັ້ນ, ໃນລະຫວ່າງຕອນບ່າຍຂອງວັນທີ 16-17 ພະຈິກ 2020 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສໍານັກງານ ຄຄຊ) ຈຶ່ງໄດ້ຮ່ວມມືກັບ ອົງການການເງິນສາກົນ (IFC) ໄດ້ຈັດກອງປະຊຸມສຳມະນາອອນລາຍ (Webinar) ຂຶ້ຶ້ນ ໃນຫົວຂໍ້: “ຄຳແນະ ນຳກ່ຽວກັບການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນ ” ທີ່ຫ້ອງປະຊຸມໃຫຍ່ ຂອງ ສຄຄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າສຳນັກງານ ຄຄຊ ແລະ ນຳສະເໜີເນື້ອໃນທັງໝົດໂດຍ ຄະນະຜູ້ຊ່ຽວຊານຫຼາຍທ່ານ ຈາກອົງການການເງິນສາກົນ, ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ທະນາຄານແຫ່ງ ສປປ ລາວ, ສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ບັນດາຫົວໜ່ວຍວິສາຫະກິດ ລວມໄປເຖິງເປົ້າໝາຍບໍລິສັດຈົດທະບຽນ ກໍ່ໃຫ້ກຽດເຂົ້າຮ່ວມທັງໝົດຫຼາຍກ່ວາ 80 ທ່ານ.

ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໄປເປັນເວລາເຄິ່ງຕອນ ຂອງ 2 ວັນ, ໃນນີ້ຜູ້ບັນຍາຍໄດ້ນຳສະເໜີ ແລະ ແລກປ່ຽນປະສົບການກັບຜູ້ເຂົ້າຮ່ວມໃຫ້ມີຄວາມເຂົ້າໃຈກ່ຽວກັບ ຄໍາແນະນໍາກ່ຽວກັບການຄຸ້ມຄອງບໍລິຫານສໍາລັບບໍລິສັດຈົດທະບຽນ ກໍ່ຄືວິສາຫະກິດຕ່າງໆ ແລະ ທຸກອົງປະກອບທີ່ສໍາຄັນໃນການຈັດຕັ້ງປະຕິບບັດວຽກງານດັ່ງກ່າວ ເປັນຕົ້ນ ສິດ ແລະ ໜ້າທີ່ຂອງຜູ້ຖືຮຸ້ນ, ສະພາບໍລິຫານ, ຄະນະກໍາມະການຂອງສະພາບໍລິຫານ, ລະບົບຄວບຄຸມພາຍໃນ, ການບໍລິຫານຄວາມສ່ຽງ, ຄວາມໂປ່ງໃສ ແລະ ການເປີດເຜີຍຂໍ້ມູນ ແລະ ອື່ນໆ. ບັນຍາກາດໃນກອງປະຊຸມຝຶກອົບຮົມດຳເນີນໄປຢ່າງຟົດຟື້ນ ເຫັນໄດ້ຈາກການຕັ້ງໜ້າຮັບຟັງການບັນຍາຍ, ການຕັ້ງຄຳຖາມກັບນັກວິທະຍາກອນ ແລະ ແລກປ່ຽນຄວາມຄິດເຫັນໃນກອງປະຊຸມຢ່າງຟົດຟື້ນ ແລະ ສໍາເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.