Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເຜີຍແຜ່ນິຕິກຳສ້າງໃໝ່ ແລະ ຄຳແນະນຳໃຫ້ແກ່ ທຄຕລ ແລະ ລວມຊ
ວັນທີອອກຂ່າວ: 2020-09-30 12:47:56

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 23 ແລະ ຕອນບ່າຍຂອງວັນທີ 24 ກັນຍາ 2020 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ລາວເວີນ ມະຫາຊົນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ໃນວຽກງານຫຼັກຊັບ ໂດຍການເປັນປະທານຮ່ວມຂອງ ທ່ານ ລາໃຈ ຄັນພຣະວົງ ຮອງອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ. ໃນທັງສອງກອງປະຊຸມເຜີຍແຜ່ແມ່ນໃຫ້ກຽດມີຄຳເຫັນໂດຍທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຊຶ່ງມີນັກສຳມະນາກອນຈາກພາກສ່ວນກ່ຽວຂ້ອງຂອງ ທັງສອງບໍລິສັດຈົດທະບຽນເຂົ້າຮ່ວມ ລວມທັງໝົດຫຼາຍກວ່າ 45 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ນິຕິກຳໃຫ້ແກ່ທັງສອງບໍລິສັດຈົດທະບຽນ ກໍ່ແມ່ນເພື່ອສົ່ງເສີມໃຫ້ບັນດາພະນັກງານທີ່ກ່ຽວຂ້ອງຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ລາວເວີນ ມະຫາຊົນ ມີຄວາມເຂົ້າໃຈກ່ຽວກັບ ຂໍ້ຕົກລົງວ່າດ້ວຍການເອົາຮຸ້ນເປັນຮຸ້ນອ້າງອີງເພື່ອອອກໃບຢັ້ງຢືນສິດ (Depository Receipts: DR) ແລະ ຄຳແນະນຳວ່າດ້ວຍການຄຸ້ມຄອງສະພາບໍລິຫານບໍລິສັດຈົດທະບຽນ (Corporate Governance: CG) ເພື່ອສາມາດນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງຢ່າງມີປະສິດຕິພາບ.

ນິຕິກໍາສະບັບທໍາອິດແມ່ນ ສາມາດຊ່ວຍໃຫ້ຮຸ້ນຈົດທະບຽນ ໃນຕະຫຼາດທຶນລາວມີສະພາບຄ່ອງເພີ່ມຂຶ້ນ ໂດຍການນໍາເອົາຮຸ້ນຂອງບໍລິສັດຕົນໄປເປັນຮຸ້ນອ້າງອີງເພື່ອອອກໃບຢັ້ງຢືນສິດ ຈໍາໜ່າຍຢູ່ຕະຫຼາດຫຼັກຊັບຕ່າງປະເທດຊຶ່ງເຮັດໃຫ້ສາມາດດຶງດູດຜູ້ລົງທຶນຈາກຕ່າງປະເທດເພີ່ມຂຶ້ນ. ນິຕິກໍາສະບັບທີສອງຈະເປັນມາດຕະຖານ ຊ່ວຍຊຸກຍູ້ໃຫ້ການບໍລິຫານຂອງບໍລິສັດຂອງຄະນະອໍານວຍການ ແລະ ສະພາບໍລິຫານ ຍົກສູງຄວາມຮັບຜິດຊອບ ແລະ ພາລະບົດບາດຂອງຕົນໃນການກໍານົດແຜນຍຸດທະສາດ, ການຄຸ້ມຄອງຄວາມສ່ຽງ, ຕິດຕາມການປະຕິບັດວຽກງານ ແລະ ຫຼີກລ່ຽງການຂັດແຍ່ງທາງຜົນປະໂຫຍດ ແລະ ອື່ນໆ.

ນັກວິທະຍາກອນທີ່ບັນຍາຍໃນກອງປະຊຸມເຜີຍແຜ່ໃນຄັ້ງນີ້ແມ່ນ ທ່ານ ບົວລຳພູ ຄຳມະນີວົງ ຫົວໜ້າພະແນກນິຕິກຳ ແລະ ທ່ານ ວົງປະສິດ ແສງວົງເດືອນ ຮອງຫົວໜ້າພະແນກຄຸ້ມຄອງການອອກຈຳໜ່າຍຫຼັກຊັບ ຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ການເຜີຍແຜ່ນິຕິກຳໃນຄັ້ງນີ້ ສັງເກດເຫັນໄດ້ວ່າ ນັກສຳມະນາກອນແມ່ນເອົາໃຈໃສ່ ຮັບຟັງຢ່າງມີຄວາມຮັບຜິດຊອບສູງ ແລະ ມີການການຕັ້ງຄຳຖາມເປັນຈຳນວນຫຼວງຫຼາຍຕໍ່ກັບຂໍ້ສົງໃສ ເຮັດໃຫ້ມີຄວາມເຂົ້າໃຈກ່ຽວກັບສອງນິຕິກຳທີ່ນຳມາເຜີຍແຜ່ໃນຄັ້ງນີ້ຢ່າງເລິກເຊິ່ງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.