Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ໄດ້ເປີດກອງປະຊຸມຄັ້ງທີ IV ປະຈຳປີ 2019
ວັນທີອອກຂ່າວ: 2020-01-08 14:15:00

ເນື້ີອໃນຂ່າວ:

ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໄດ້ເປີດກອງປະຊຸມຄັ້ງທີ IV ປະຈໍາປີ 2019 ຂຶ້ນທີ່ຫ້ອງປະຊຸມດອກຄູນ ອາຄານສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໃນວັນທີ 24 ທັນວາ 2019 ໂດຍໃຫ້ກຽດເປັນປະທານຂອງພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ຜູ້ປະຈຳການ. ນອກຈາກນີ້ ກໍ່ຍັງມີ ບັນດາທ່ານທີ່ເປັນກໍາມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 20 ທ່ານ.

ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຈາກທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ຊຶ່ງປະກອບມີ ຜົນການຈັດຕັ້ງປະຕິບັດວຽກງານຂອງ ສຄຄຊ ຕາມມະຕິກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບຄັ້ງທີ 3 ຂອງປີ 2019 ແລະ ລາຍງານຄວາມຄືບໜ້າການສະໜັບສະໜູນການຂ້າມຜ່ານສູ່ມາດຕະຖານສາກົນດ້ານການລາຍງານການເງິນ ສຳລັບຂະແໜງການຫຼັກຊັບ. ພ້ອມນັ້ງ ພາກສ່ວນກ່ຽວຂ້ອງຍັງໄດ້ ລາຍງານກ່ຽວກັບຄວາມຄືບໜ້າການປັບປຸງສັນຍາສຳປະທານ ແລະ ສັນຍາຮ່ວມທຶນຂອງບໍລິສັດເປົ້າໝາຍຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການແກ້ໄຂຂອດອຸດຕັນ ທາງດ້ານການເງິນຂອງໜຶ່ງໃນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ລາຍງານສະພາບການເຄື່ອນໄຫວຂອງຕະຫຼາດຫຼັກຊັບລາວ.

ກ່ອນກອງປະຊຸມຈະປິດລົງຢ່າງຈົບງາມ ທ່ານ ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ ສຄຄຊ ຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.