Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຮ່ວມກັບ ຄຄຊ ສປ. ຈີນ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຕະຫຼາດທຶນ
ວັນທີອອກຂ່າວ: 2018-12-10 09:48:31

ເນື້ີອໃນຂ່າວ:

ໃນວັນທີ 27-28 ພະຈິກ 2018 ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ.ຈີນ (ຄຄຊ ສປ.ຈີນ) ຮ່ວມກັນຈັດກອງປະຊຸມສຳມະນາໃນ 2 ຫົວຂໍ້ຄື: “ການສ້າງສູນໃຫ້ຄວາມຮູ້ໃນວຽກງານຕະຫຼາດທຶນ” ແລະ “ການສ້າງສະພາບຄ່ອງໃນຕະຫຼາດຫຼັກຊັບ” ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕະຫຼາດຫຼັກຊັບລາວ ໂດຍການເປັນປະທານຂອງທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສຄຄຊ. ໃນກອງປະຊຸມສຳມະນາໃນຄັ້ງນີ້ ໃຫ້ກຽດບັນຍາຍໂດຍ ຄະນະຊ່ຽວຊານຈາກ ຄຄຊ ສປ.ຈີນ. ຊຶ່ງນຳໂດຍທ່ານ ຫຼີ ຕົ່ງ ຜິງ ຮອງຫົວໜ້າສະຖາບັນການເງິນ ແລະ ຕະຫຼາດທຶນ ແລະ ນັກສຳມະນາກອນທີ່ເຂົ້າຮ່ວມກໍ່ມາຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ກົມນະໂຍບາຍເງິນຕາ, ກົມບໍລິການທະນາຄານ ແລະ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ກົມສ່ວຍສາອາກອນ ແລະ ກົມນະໂຍບາຍການເງິນ ກະຊວງການເງິນ, ບັນດາບໍລິສັດຫຼັກຊັບ ແລະ ພະນັກງານຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼາຍກວ່າ 80 ທ່ານ.

ຈຸດປະສົງກໍ່ແມ່ນເພື່ອໃຫ້ຜູ້ທີ່ມີສ່ວນຮ່ວມໃນວຽກງານຕະຫຼາດທຶນທັງທາງກົງ ແລະ ທາງອ້ອມ ໄດ້ແລກປ່ຽນບົດຮຽນຕົວຈິງຈາກ ສປ. ຈີນ ກ່ຽວກັບຫຼາຍບັນຫາເປັນຕົ້ນແມ່ນ ສະພາບການກໍ່ສ້າງຕະຫຼາດທຶນຫຼາຍລະດັບ, ການເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການສ້າງສະພາບຄ່ອງ, ການປະເມີນມູນຄ່າຫຼັກຊັບ ແລະ ການພັດທະນາຕະຫຼາດທຶນ.

ໃນຕອນທ້າຍຂອງກອງປະຊຸມສຳມະນາ ນັກສຳມະນາກອນຍັງໄດ້ມີໂອກາດແລກປ່ຽນບັນຫາຕ່າງໆກັບ ຄະນະຊ່ຽວຊານຈາກ ຄຄຊ ສປ.ຈີນ, ຊຶ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບບົດຮຽນໃນການພັດທະນາຕະຫຼາດທຶນ ສປ.ຈີນ. ບົດຮຽນເຫຼົ່ານັ້ນຈະເປັນປະໂຫຍດ ແລະ ເປັນພື້ນຖານອັນສຳຄັນໃຫ້ແກ່ນັກສຳມະນາກອນໃນການນຳໄປຄົ້ນຄວ້າ ເພື່ອນຳໃຊ້ເຂົ້າໃນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.