Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ສຳເລັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຄັ້ງທີ I
ວັນທີອອກຂ່າວ: 2018-03-30 09:44:51

ເນື້ີອໃນຂ່າວ:

ໃນວັນທີ 27 ມີນາ 2018 ໜ່ວຍພັກ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ແລະ ທິດທາງແຜນ 2 ປີ ຕໍ່ໜ້າຂອງໜ່ວຍພັກ ຂື້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕະຫຼາດຫຼັກຊັບລາວ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນ. ວັດທະນາ ດາລາລອຍ, ຄະນະປະຈໍາພັກ ທະນາຄານແຫ່ງ ສປປ ລາວ (ທຫລ), ຮອງຜູ້ວ່າການ ທຫລ. ພ້ອມນັ້ນ, ກໍ່ປະກອບມີ ສະຫາຍ ນ. ສາຍສະໝອນ ຈັນທະຈັກ ເລຂາໜ່ວຍພັກ ສຄຄຊ, ສະຫາຍ ວັນຄຳ ວໍຣະວົງ ຮອງເລຂາໜ່ວຍພັກ ສຄຄຊ, ສະມາຊິກພັກທຸກສະຫາຍພາຍໃນໜ່ວຍພັກ ສຄຄຊ ແລະ ຜູ້ແທນຈາກບັນດາໜ່ວຍພັກທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ທຫລ ຫຼາຍກວ່າ 30 ສະຫາຍ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງ ໜ່ວຍພັກ ສຄຄຊ ຄັ້ງທີ I ໃນໄລຍະ 3 ປີ (7/2014-12/2017) ແລະ ທິດທາງແຜນການໃນ 2 ປີຕໍ່ໜ້າ (2018-2019). ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນທົບທວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຄັ້ງທີ I ໃນໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການໃນ 2 ປີຕໍ່ໜ້າ ເພື່ອຕີລາຄາດ້ານດີ,ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງສາເຫດ ແລະ ຖອດຖອນບົດຮຽນຈາກພຶດຕິກຳໃນການຊີ້ນຳ-ນຳພາໃນໄລຍະຜ່ານມາຢ່າງພາວະວິໄສ. ພ້ອມນັ້ນ, ກໍ່ໄດ້ກຳນົດທິດທາງ, ຄາດໝາຍ ແລະ ແຜນງານແຕ່ລະດ້ານເພື່ອເປັນບ່ອນອີງໃຫ້ແກ່ການຊີ້ນຳ-ນຳພາຂອງໜ່ວຍພັກ ສຄຄຊ ແນໃສ່ປະກອບສ່ວນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຂອງໜ່ວຍພັກ ສຄຄຊ ຄັ້ງທີ I ແລະ ແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025 ໃຫ້ປະກົດຜົນເປັນຈິງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.