Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຮ່ວມກັບ ຫ້ອງວ່າການແຂວງເຊກອງ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຕະຫຼາດທຶນ
ວັນທີອອກຂ່າວ: 2017-06-16 15:29:30

ເນື້ີອໃນຂ່າວ:

ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ຮ່ວມກັບ ຫ້ອງວ່າ ການແຂວງເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້: “ການກະກຽມຄວາມພ້ອມ ເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” ຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງເຊກອງ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງເຊກອງ ແລະ ແຂກທີ່ຖືກເຊີນຈາກອຳນາດການປົກຄອງແຂວງ, ບັນດາພະແນກການຕ່າງໆອ້ອມຂ້າງແຂວງ, ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງໝົດ 137 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພະນັກງານ ແລະ ນັກທຸລະກິດພາຍໃນແຂວງເຊກອງ ມີຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນຫຼາຍຂຶ້ນ. ກອງປະຊຸມໄດ້ຮັບຟັງການບັນຍາຍ 4 ເອກະສານ ຄື: 1. ພາບລວມຕະຫຼາດທຶນໃນ ສປປ ລາວ; 2. ຕະ ຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ; 3. ການກະກຽມຕົວເຂົ້າຕະຫຼາດຫຼັກຊັບ; 4. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ໃນກອງປະຊຸມສຳມະນານັກສຳມະນາກອນ ໄດ້ຮັບຊາບກ່ຽວກັບຜູ້ມີສ່ວນຮ່ວມໃນຕະຫຼາດທຶນລາວໃນປະຈຸບັນປະກອບມີພາກສ່ວນໃດແດ່; ການນຳໃຊ້ ຕລຊລ ເປັນທາງເລືອກໃໝ່ໃນການລະດົມທຶນ ແລະ ລົງທຶນ, ຊຶ່ງໃນນັ້ນໄດ້ຍົກໃຫ້ເຫັນກ່ຽວກັບກົນໄກການແລກປ່ຽນຊື້-ຂາຍໃນ ຕລຊລ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງບໍລິສັດຈົດທະບຽນ; ຂັ້ນຕອນຕ່າງໆໃນການກະກຽມຄວາມພ້ອມໃນການຫັນເປັນບໍລິສັດ ມະຫາຊົນ ເພື່ອເຂົ້າຈົດທະບຽນຢູ່ໃນຕະຫຼາດຫຼັກຊັບລາວ. ພ້ອມນັ້ນ ຍັງໄດ້ຮັບຊາບກ່ຽວກັບຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ ເຊັ່ນ: ການເປີດບັນຊີຫຼັກຊັບ, ການໂອນເງິນເພື່ອຊື້-ຂາຍຫຼັກຊັບ, ວິທີການຊື້-ຂາຍຫຼັກຊັບ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການລົງທຶນໃນຮຸ້ນ.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນພາຍໃນແຂວງເຊກອງມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ, ເຮັດໃຫ້ກອງປະຊຸມສຳມະນາໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.