Wednesday, 17 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ II ປະຈໍາປີ 2016
ວັນທີອອກຂ່າວ: 2016-09-14 15:58:29

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍຳປີ 2016 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 02 ກັນຍາ 2016 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ພ້ອມດ້ວຍຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.

ທ່ານ ປະທານ ຄຄຊ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບ ໃນໄລຍະທີ່ຜ່ານມາ, ເຊິ່ງເຮັດໃຫ້ວຽກງານດັ່ງກ່າວມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ. ນັບແຕ່ຕົ້ນປີ 2016 ສຳນັກງານ ຄຄຊ ໄດ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນດ້ວຍຄວາມຮັບຜິດຊອບສູງ, ນອກນັ້ນ ຍັງໄດ້ສຸມໃສ່ປັບປຸງ ແລະ ສ້າງບັນດາລະບຽບການຕ່າງໆ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ພັດທະນາວຽກງານຕະຫຼາດທຶນໃຫ້ຮັດກຸມ ແລະ ທັນສະພາບການ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບັນຫາຕ່າງໆເປັນຕົ້ນແມ່ນ ບົດສະຫຼຸບການເຄື່ອນໄຫວວຽກງານຕະຫຼາດທຶນ ໄລຍະ 5 ປີ (2011-2015) ແລະ ແຜນການ 5 ປີຕໍ່ໜ້າ (2016-2020), ແຜນການແກ້ໄຂສະພາບຄ່ອງຂອງຕະຫຼາດຫຼັກຊັບລາວ. ພ້ອມນັ້ນ ກໍ່ໄດ້ປຶກສາຫາລືກ່ຽວກັບໂຄງປະກອບບຸກຄະລາກອນຂອງ ຄຄຊ, ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມອອກຈຳໜ່າຍຮຸ້ນກູ້ຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ການກະກຽມຫັນບໍລິສັດ ຊີມັງລາວ ຈຳກັດ ເປັນບໍລິສັດມະຫາຊົນ ເພື່ອອອກຈຳໜ່າຍຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ, ສະພາບການປະຕິບັດພັນທະອາກອນຂອງບໍລິສັດຈົດທະບຽນ ແລະ ການສ້າງບັນຊີລາຍຊື່ເປົ້າໝາຍຂອງບໍລິສັດຈົດທະບຽນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.