Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຮ່ວມມືວຽກງານຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງ ຄັ້ງທີ V ທີ່ ແຂວງ ຫຼວງພະບາງ, ສປປ ລາວ
ວັນທີອອກຂ່າວ: 2015-06-18 14:56:34

ເນື້ີອໃນຂ່າວ:

ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ຂອງ ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມຮ່ວມມືວຽກງານຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງ ຄັ້ງທີ V ຊຶ່ງຈັດຂຶ້ນທີ່ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ ເມືອງມໍລະດົກໂລກ ໃນວັນທີ 8 ມິຖຸນາ 2015 ເປັນເວລາເຄິ່ງວັນ ໂດຍມີບັນດາຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຈາກ 4 ປະເທດ ເຂດອ່າງແມ່ນໍ້າຂອງ ຄື: ສປປ ລາວ, ສສ.ຫວຽດນາມ, ກຳປູເຈຍ, ແລະ ໄທ ເຂົ້າຮ່ວມ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຮັກສາການ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ພິເສດ ໃນກອງປະຊຸມຄັ້ງນີ້ ຍັງມີຜູ່ແທນຈາກ ຄຄຊ ສປ.ຈີນ ແລະ ຕະຫຼາດຫຼັກຊັບຊຽງໄຮ້ ສປ.ຈີນ ເຂົ້າຮ່ວມ.

ກອງປະຊຸມຮ່ວມມືວຽກງານຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງ ຄັ້ງທຳອິດໄດ້ຈັດຂຶ້ນໃນເດືອນ ກຸມພາ 2013 ທີ່ ບາງກອກ ປະເທດໄທ, ຈາກນັ້ນ ກໍໄດ້ມີການໝູນວຽນກັນເປັນເຈົ້າພາບລະຫວ່າງ 5 ປະເທດ ຊຶ່ງປະກອບດ້ວຍ: ສປປ ລາວ, ສສ.ຫວຽດນາມ, ກຳປູເຈຍ, ມຽນມ້າ ແລະ ໄທ. ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນຢ່າງໜ້ອຍປີລະ 1 ຄັ້ງ ໂດຍມີຈຸດປະສົງເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານພັດທະນາຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງ.

ກອງປະຊຸມຄັ້ງທີ V ນີ້ ໄດ້ມີການຮັບຮອງເອົາບົດບັນທຶກກອງປະຊຸມ ຄັ້ງທີ IV ຊຶ່ງຈັດຂຶ້ນທີ່ ສຽມລຽບ, ປະເທດກໍາປູເຈຍ; ໄດ້ຮັບຟັງບົດຮຽນຈາກຊ່ຽວຊານ ຄຄຊ ສປ.ຈີນ ກ່ຽວກັບການພັດທະນາຕະຫຼາດທຶນຂອງ ສປ.ຈີນ ແລະ ການຊຸກຍູ້ບໍລິສັດຂະໜາດນ້ອຍ ແລະ ຂະໜາດກາງ ໃນການລະດົມທຶນຜ່ານຕະຫຼາດທຶນ, ກົນໄກໃນການສົ່ງເສີມການອອກຈຳໜ່າຍຫຼັກຊັບຄັ້ງທຳອິດ ແລະ ລະບຽບການໃໝ່ເພື່ອຄຸ້ມຄອງການອອກຈຳໜ່າຍຫຼັກຊັບຄັ້ງທຳອິດຂອງ ສປ.ຈີນ. ພ້ອມນີ້ ຊ່ຽວຊານ ຈາກຕະຫຼາດຫຼັກຊັບຊຽງໄຮ້ ໄດ້ນໍາສະເໜີກ່ຽວກັບ ການເຊື່ອມໂຍງລະບົບການຊື້-ຂາຍຫຼັກຊັບລະຫວ່າງ ຕະຫຼາດຫຼັກຊັບຊຽງໄຮ້-ຮົງກົງ. ຄຽງຄູ່ກັນນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບການພັດທະນາຕະຫຼາດທຶນ ຂອງແຕ່ລະປະເທດ ແລະ ປຶກສາຫາລືແນວທາງຮ່ວມມືໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.