Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດຝຶກອົບຮົມ ຫົວຂໍ້ “ຫຼັກການສາກົນໃນການຄຸ້ມຄອງວຽກງານຫຼັກຊັບ”
ວັນທີອອກຂ່າວ: 2014-08-07 11:07:25

ເນື້ີອໃນຂ່າວ:

ການພັດທະນາເສດຖະກິດການເງິນ ເວົ້າລວມ, ເວົ້າສະເພາະແມ່ນຂະແໜງການຕະຫຼາດທຶນ ຂອງ ສປປ ລາວ ໄດ້ຮຽກຮ້ອງ ໃຫ້ມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ວຽກງານການຄຸ້ມຄອງຕະຫຼາດທຶນ ຊຶ່ງການສ້າງນິຕິກຳ ແລະ ເງື່ອນໄຂຕ່າງໆໃຫ້ມີມາດຕະຖານສາກົນ ແມ່ນພື້ນຖານອັນສຳຄັນ ແລະ ຈຳເປັນ ທີ່ເອື້ອອຳ ນວຍໃຫ້ແກ່ການເຊື່ອມໂຍງສາກົນ.

ດ້ວຍເຫດນີ້, ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບຫຼັກ ການສາກົນໃນການຄຸ້ມຄອງວຽກງານຫຼັກຊັບ (IOSCO Principles) ຂຶ້ນ ໃນວັນທີ 25 ກໍລະກົດ 2014 ທີ່ຜ່ານມາ ທີ່ສຳນັກງານຄຄຊ, ໂດຍການເປັນປະທານ ຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ, ມີທ່ານ Tae-eun CHOI ຮອງຫົວໜ້າໄອຍະການ (Public Prosecutor and Vice Director) ພ້ອມດ້ວຍຄະນະ ຈາກກະຊວງຍຸຕິທຳ ສ. ເກົາຫຼີ, ພະນັກງານວິຊາການສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນຫຼັກຊັບ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ໃນກອງປະຊຸມຝຶກອົບຮົມ ກ່ຽວກັບຫຼັກການໃນການຄຸ້ມຄອງຫຼັກຊັບສາກົນ ຄັ້ງນີ້ ພວກເຮົາໄດ້ຮັບຟັງການບັນຍາຍຈາກ ທ່ານ Sung-Keun Oh ຜູ້ຊ່ຽວຊານທາງດ້ານກົດໝາຍຈາກກະຊວງຍຸຕິທຳ ສ. ເກົາຫຼີ ກ່ຽວກັບເນື້ອໃນຫຼັກການສາກົນຄຸ້ມຄອງ ວຽກງານຫຼັກຊັບ ຂອງອົງການຄຸ້ມຄອງຫຼັກຊັບສາກົນ ຫຼື ເອີ້ນວ່າ IOSCO (ຫຍໍ້ຈາກ International Organization of Securities Commissions). IOSCO ເປັນອົງການທີ່ເປັນຜູ້ກຳນົດມາດຕະຖານສາກົນ ໃນການຄຸ້ມຄອງວຽງານຫຼັກຊັບ ໃນນັ້ນ ທ່ານ Sung-Keun Oh ໄດ້ເນັ້ນເຖິງຫົວຂໍ້ທີ່ສຳຄັນຄື: ປະເພດຂອງການບໍລິການທາງດ້ານການເງິນ, ຄວາມສ່ຽງ ຕາມກົດໝາຍການເງິນສາກົນ ແລະ ບັນດາຫຼັກການພື້ນຖານຂອງອົງການ IOSCO ແລະ ຫຼັກການໃໝ່ ກ່ຽວກັບກອງທຶນຮ່ວມ (Collective Investment Schemes). ດັ່ງນັ້ນ ຜູ້ຄຸ້ມຄອງວຽກງານຫຼັກຊັບໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ ກໍ່ໄດ້ໝູນໃຊ້ຫຼັກການຄຸ້ມຄອງຫຼັກຊັບສາກົນ ທີ່ IOSCO ວາງອອກ ເປັນບ່ອນອີງໃນການສ້າງນິຕິກຳຄຸ້ມຄອງວຽກງານຫຼັກຊັບ ໃນ ສປປ ລາວ ເພື່ອຮັບປະກັນຄວາມຍຸດຕິທຳ, ໂປ່ງໃສ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະ ສາກົນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.