ການເຂົ້າຮ່ວມປະຊຸມ ASEAN Capital Market Forum (ACMF) Related Events ຢູ່ ປະເທດ ອັງກິດ

 ໃນລະຫວ່າງວັນທີ 9-14 ກັນຍາ 2026, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງຂອງການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Market Forum: ACMF  Related Events) ຢູ່ປະເທດ ອັງກິດ ໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ. ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາຕ່າງໆຕິດພັນກັບການພັດທະນາຕະຫຼາດທຶນໃນຂົງເຂດອາຊຽນ ໂດຍສະເພາະການກະກຽມກ້າວເຂົ້າສູ່ຄວາມຍືນຍົງໃນໄລຍະຕໍ່ໄປ, ການສົ່ງເສີມການເປີດເຜີຍຂໍ້ມູນຢ່າງມີປະສິດທິຜົນ, ການສົ່ງເສີມການເຊື່ອມໂຍງລະຫວ່າງ ລະຫວ່າງ Taxonomy ພາກພື້ນອາຊຽນ ແລະ ການຂະຫຍາຍຕະຫຼາດກາກບອນແບບສະໝັກໃຈ ທີ່ມີມາດຕະຖານຄວາມໜ້າເຊື່ອຖືສູງ. ນອກຈາກນີ້, ໃນກອງປະຊຸມ ສຄຄຊ ຍັງມີການນໍາສະເໜີກ່ຽວກັບການວຽກງານການເງິນຍືນຍົງ ຢູ່ ສປປ ລາວ ເພື່ອແລກປ່ຽນກັບຜູ້ເຂົ້າຮ່ວມກອງປະຊຸມ ພ້ອມນີ້, ກໍ່ໄດ້ນໍາເອົາເນື້ອໃນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ມາເປັນບ່ອນອີງໃນການຄົ້ນຄວ້າ ແລະ ຄຸ້ມຄອງວຽກງານຫຼັກຊັບ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ.