ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນຂໍ້ມູນທາງດ້ານການເງິນ ແລະ ຂໍ້ມູນທີ່ພົວພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນຂໍ້ມູນທາງດ້ານການເງິນ ແລະ ຂໍ້ມູນທີ່ພົວພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຈັດຂຶ້ນໃນຕອນເຊົ້າ ເວລາ 09:30 ໂມງ ຂອງວັນທີ 17 ສິງຫາ 2026, ຢູ່ທີ່ ຫ້ອງປະຊຸມ ດອກຈຳປາ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ແລະ ຂຶ້ນເປັນສັກຂີພະຍານໂດຍ ທ່ານ ສຸລິສັກ ທໍານຸວົງ, ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ກຳມະການຄະນະກຳມະການຄຸ້ມຄອງຫຼັກຊັບ, ຜູ້ຊີ້ນຳວຽກງານສຳນັກງານຄະນະກຳມະ ການຄຸ້ມຄອງຫຼັກຊັບ ແລະ ຜູ້ລົງນາມຮ່ວມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ເເມ່ນ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ. ພ້ອມນັ້ນ, ຍັງມີຜູ້ເຂົ້າຮ່ວມທີ່ຜູ້ຕາງຫນ້າຈາກ ຫ້ອງການ, ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເເລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ເຂົ້າຮ່ວມທັງໝົດ 35 ກວ່າທ່ານ.
ໃນໂອກາດນີ້, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຂຶ້ນກ່າວມີຄຳເຫັນບາງຕອນໃນພິທີ່ສຳຄັນດັ່ງກ່າວວ່າ: “ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນຂອງການຮ່ວມມືລະຫວ່າງສອງພາກສ່ວນ ແລະ ບໍ່ເເມ່ນຖືເປັນຈຸດເລີ່ມຕົ້ນຂອງການຮ່ວມມື ເເຕ່ເປັນການສືບຕໍ່ການຮ່ວມມືຂອງສອງຝ່າຍຂອງສອງພາກສ່ວນແໜ້ນເເຟ້ນຍິ່ງຂຶ້ນ ໃນການສະໜັບສະໜູນ, ຊ່ວຍເຫຼືອຮອບດ້ານ ເພື່ອຈັດຕັ້ງປະຕິບັດວຽກງານ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້. ພ້ອມນັ້ນ, ຍັງເປັນການປະກອບສ່ວນສຳຄັນໃນການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຂົງເຂດວຽກງານຫຼັກຊັບ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ຍືນຍົງ”.
