ກອງປະຊຸມການພັດທະນາຕະຫຼາດພັນທະບັດອາຊຽນ (ASEAN+3 Bond Market Forum: ABMF) ຄັ້ງທີ 46 ແລະ ກອງປະຊຸມການພັດທະນາພື້ນຖານໂຄງລ່າງດ້ານການຊໍາລະສະສາງຂ້າມແດນ (Cross-Border Settlement Infrastructure Forum: CSIF) ຄັ້ງທີ 35.
ໃນລະຫວ່າງວັນທີ 6-10 ກໍລະກົດ 2026, ຕາງໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ)
ນໍາໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ
ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມການພັດທະນາຕະຫຼາດພັນທະບັດອາຊຽນ+3 (ASEAN+3 Bond Market Forum: ABMF) ຄັ້ງທີ 46 ແລະ
ກອງປະຊຸມການພັດທະນາພື້ນຖານໂຄງລ່າງດ້ານການຊໍາລະສະສາງຂ້າມແດນ (Cross-Border Settlement Infrastructure Forum: CSIF) ຄັ້ງທີ 35, ທີ່ແຂວງຊັບໂປໂລ, ປະເທດຍີ່ປຸ່ນ.
ກອງປະຊຸມ ABMF ແລະ CSIF ເປັນກອງປະຊຸມຕໍ່ເນື່ອງ ຊຶ່ງຈັດຂຶ້ນເປັນວາລະປົກກະຕິ 2-3 ຄັ້ງຕໍ່ປີ, ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກ
ກະຊວງການເງິນ, ທະນາຄານກາງ, ຜູ້ຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ສູນຮັບຝາກຫຼັກຊັບ, ສະຖາບັນການເງິນ
ແລະ ບໍລິສັດເຕັກໂນໂລຊີ ຈາກບັນດາປະເທດສະມາຊິກສະມາຄົມອາຊຽນ+3.ກອງປະຊຸມ ABMF ແລະ CSIF ໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ
5 ວັນ. ຈຸດປະສົງ ເພື່ອປຶກສາຫາລື ແລະ
ລາຍງານຄວາມຄືບໜ້າ ການພັດທະນາຕະຫຼາດພັນທະບັດ ແລະ
ການພັດທະນາພື້ນຖານໂຄງລ່າງດ້ານການຊໍາລະສະສາງ ຂອງປະເທດສະມາຊິກສະມາຄົມອາຊຽນ+3 ເພື່ອແລກປ່ຽນທັດສະນະ ແລະ ປະສົບການຈາກຊ່ຽວຊານ
ທີ່ມາຈາກຫຼາຍພາກສ່ວນ ແລະ ຖອດຖອນບົດຮຽນຮ່ວມກັນ, ໂດຍສະເພາະແມ່ນ
ບົດບາດຂອງຂະແໜງການເງິນ ແລະ ຕະຫຼາດທຶນ
ທີ່ເປັນກົນໄກສໍາຄັນໃນການຂັບເຄື່ອນການພັດທະນາແບບຍືນຍົງ
ເພື່ອເພີ່ມທາງເລືອກໃຫ້ແກ່ການເຂົ້າເຖິງແຫຼ່ງທຶນຂອງຂະແໜງກະສິກໍາ
ຜ່ານເຄື່ອງມືທາງການເງິນຮູບແບບໃໝ່ (ນະວັດຕະກໍາທາງການເງິນ), ເຕັກໂນໂລຊີດິຈິຕ້ອນ ແລະ ຕະຫຼາດທຶນ ໃນການສະໜັບສະໜູນຄວາມໝ້ັນຄົງທາງອາຫານ, ການຂ້າມຜ່ານສູ່ເສດຖະກິດສີຂຽວ ແລະ ການພັດທະນາແບບຍືນຍົງ
ພາຍໃຕ້ການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ.
ພ້ອມນີ້, ທ່ານ ຫົວໜ້າ ສຄຄຊ
ຍັງໄດ້ເຂົ້າຮ່ວມເປັນວິທະຍາກອນ (Panelist) ຮ່ວມກັບ
ຕາງໜ້າຈາກ ຄະນະກໍາມະການຄຸ້ມຄອງຫຼັກຊັບປະເທດມາເລເຊຍ, ສະຖາບັນການເງິນເພື່ອຄວາມຍືນຍົງອາຊີ, ທີ່ປຶກສາອາວຸໂສທະນາຄານ MUFG ແລະ ຮອງຜູ້ອໍານວຍການ ມະຫາວິທະຍາໄລຮັອກໄກໂດ, ພາຍໃຕ້ຫົວຂໍ້: “ຄວາມກົດດັນທາງການເມືອງ, ຄວາມຍືນຍົງ ແລະ ບົດບາດຂອງການຮ່ວມມືໃນພາກພື້ນ” ໃນວັນທີ
6 ກໍລະກົດ 2026 ຊຶ່ງ ທ່ານ ຫົວໜ້າ ສຄຄຊ
ໄດ້ແລກປ່ຽນບົດຮຽນຕໍ່ຜົນກະທົບທາງເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ລວມເຖິງ
ຜົນກະທົບຕໍ່ຕະຫຼາດທຶນລາວ ຊຶ່ງໃນນັ້ນການວາງພື້ນຖານໂຄງລ່າງທາງເສດຖະກິດທີ່ເຂັ້ມແຂງ, ການດໍາເນີນນະໂຍບາຍທີ່ມີຄວາມຍືດຍຸ່ນ, ສົ່ງເສີມເສດຖະກິດກຸ້ມຕົນເອງ ແລະ
ຫັນສູ່ຄວາມຍືນຍົງຫຼາຍຂຶ້ນ ໂດຍສະເພາະແມ່ນເສດຖະກິດທີ່ເປັນທ່າແຮງຫຼັກຂອງປະເທດ ພ້ອມທັງ
ຂະຫຍາຍການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ
ຖືເປັນປັດໃຈສໍາຄັນໃນການກະກຽມຄວາມພ້ອມ ເພື່ອຮັບມືຕໍ່ຄວາມທ້າທາຍຂອງເສດຖະກິດໂລກ ແລະ
ການພັດທະນາເສດຖະກິດໄລຍະຍາວໃຫ້ມີຄວາມຍືນຍົງ.
