ສຳນັກງານ ຄຄຊ ຮ່ວມກັບ ສະມາຄົມບໍລິສັດປະກັນໄພແຫ່ງປະເທດລາວ ຈັດກອງປະຊຸມແລກປ່ຽນຂໍ້ມູນກ່ຽວກັບວຽກງານຕະຫຼາດທຶນລາວ ແລະ ການປະກັນໄພ ທີ່ຕິດພັນກັບການລົງທຶນຂອງບໍລິສັດປະກັນໄພ

ໃນວັນທີ 07 ກໍລະກົດ 2026, ຢູ່ທີ່ ຕຶກສຳນັກງານ ຄຄຊ ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມແລກປ່ຽນຂໍ້ມູນກ່ຽວກັບວຽກງານຕະຫຼາດທຶນລາວ ແລະ ການປະກັນໄພ ທີ່ຕິດພັນກັບການລົງທຶນຂອງບໍລິສັດປະກັນໄພ ຂຶ້ນ, ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທ່ານຮ່ວມກັນໂດຍ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ສະມາຄົມບໍລິສັດປະກັນໄພແຫ່ງປະເທດລາວ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກ ບັນດາບໍລິສັດປະກັນໄພ ແລະ ພາກສ່ວນກ່ຽວຂ້ອງໃນຕະຫຼາດທຶນລາວ.

ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອແລກປ່ຽນຂໍ້ມູນກ່ຽວກັບວຽກງານຕະຫຼາດທຶນລາວ ແລະ ການປະກັນໄພ ທີ່ຕິດພັນກັບການລົງທຶນຂອງບໍລິສັດປະກັນໄພ ເປັນຕົ້ນ ພາບລວມຕະຫຼາດທຶນລາວ, ການສ້າງຕັ້ງບໍລິສັດຫຼັກຊັບ, ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ, ກອງທຶນເພື່ອການລົງທຶນ ແລະ ທະນາຄານດູແລຊັບສິນ ໃນວຽກງານຫຼັກຊັບ ລວມທັງ ການແລກປ່ຽນຄຳຄິດເຫັນ ກ່ຽວກັບ ຄວາມເປັນໄປໄດ້ຂອງການລົງທຶນຂອງບໍລິສັດປະກັນໄພ ໃນການປະກອບສ່ວນໃນວຽກງານຫຼັກຊັບ ເປັນຕົ້ນ ການຮ່ວມທຶນກັບພາກສ່ວນອື່ນ ຫຼື ການລົງທຶນດ້ວຍຕົນເອງ ໃນການສ້າງຕັ້ງບໍລິສັດຫຼັກຊັບ ແລະ ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ. 

ກອງຊຸມໄດ້ດຳເນີນໄປເວລາ ເຄິ່ງວັນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງານ