ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ ຄັ້ງທີ 4 ປະຈໍາປີ 2026 ແລະ ກອງປະຊຸມສໍາມະນາ ຢູ່ ແຂວງຫຼວງພະບາງ
ໃນວັນທີ 29 ມິຖຸນາ 2026, ເວລາ 9:00 ໂມງ ຢູ່
ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມຮ່ວມມືສອງຝ່າຍ ຄັ້ງທີ 4 ປະຈໍາປີ 2026 ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ
(ສຄຄຊ) ນຳໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ
ປະເທດກໍາປູເຈຍ (ຄຄຊ ກໍາປູເຈຍ) ນໍາໂດຍ HE. Sou Socheat, ຄະນະລັດຖະບານທີ່ຖືກແຕ່ງຕັ້ງເປັນຫົວໜ້າ
ຄຄຊ ກໍາປູເຈຍ, ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງຈາກທັງ 2
ຝ່າຍ. ກອງປະຊຸມຄັ້ງນີ້
ໄດ້ດຳເນີນພາຍໃຕ້ບັນຍາກາດແຫ່ງສາຍພົວພັນມິດຕະພາບອັນດີງາມ ເຊິ່ງ ທັງສອງຝ່າຍຍັງໄດ້ແລກປ່ຽນສະພາບຂອງການພັດທະນາຕະຫຼາດທຶນໃນປີ
2025 ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນປີຜ່ານມາ ແລະ
ກໍານົດແຜນການຮ່ວມມືຈຸດສຸມໃນປີ 2026. ນອກຈາກນັ້ນ,
ເພື່ອເປັນການຍົກລະດັບທາງດ້ານບົດຮຽນ ແລະ ປະສົບການຄຸ້ມຄອງຕະຫຼາດທຶນ ກໍ່ໄດ້ມີການຈັດສໍາມະນາຮ່ວມກັນເພື່ອແລກປ່ຽນບົດຮຽນຮ່ວມກັນ
ພາຍໃຕ້ 4 ຫົວຂໍ້ ໄດ້ແກ່ການສ້າງຕັ້ງພັນທະບັດພື້ນຖານໂຄງລ່າງ; ການຈັດຕັ້ງປະຕິບັດນິຕິກໍາ
ແລະ ການປົກປ້ອງຜູ້ລົງທຶນ; ທຸລະກິດຊັບສິນດິຈິຕອນ ແລະ ການເງິນສີຂຽວ ຢູ່ ສປປ ລາວ ແລະ
ຮ່າງ Lao National Taxonomy. ໃນການສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມທັງສອງຝ່າຍໄດ້ເອົາໃຈໃສ່ໃນການຕັ້ງບັນຫາສົນທະນາ
ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງມີບັນຍາກາດຟົດຟື້ນ ແລະ
ມີເນື້ອໃນ ເພື່ອຮັບປະກັນການນໍາເອົາບົດຮຽນ ແລະ ປະສົບການຄຸ້ມຄອງວຽກງານຫຼັກຊັບຊັບເຊິ່ງກັນ
ແລະ ກັນ ໄປໝູນໃຊ້ເຂົ້າໃນວຽກງານການຄຸ້ມຄອງ ແລະ ພັດທະນາຕະຫຼາດທຶນຂອງຕົນ
ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ
